ຕາງໜ້າການນໍາພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ໄດ້ສົ່ງຄໍາອວຍພອນອັນດີງາມທີ່ສຸດມາຍັງການນໍາພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ; ສະແດງຄວາມປິຕິຊົມຊື່ນ ເຫັນວ່າ ພາຍໃຕ້ການຊີ້ນໍາ, ນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອສາມັກຄີ, ມານະພະຍາຍາມບືນຕົວຂຶ້ນ, ບັນລຸໄດ້ຜົນງານສໍາຄັນຍິ່ງ ແລະຮອບດ້ານໃນປີ 2025 ຢ່າງແຂງແຮງ; ເຊື່ອໝັ້ນຢ່າງແນ່ວແນ່ວ່າ, ພາຍໃຕ້້ການນໍາພາສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະເທດລາວ ຈະປະຕິບັດເປົ້າໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ວາງອອກຢ່າງມີໄຊ, ສ້າງພື້ນຖານສໍາຄັນເພື່ອໃຫ້ລາວ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ຢ່າງໝັ້ນຄົງ. ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະມີຄວາມເອກອ້າງທະນົງໃຈກ່ຽວກັບການພົວພັນສາມັກຄີແບບພິເສດກັບລາວ-ການພົວພັນໄດ້ສ້າງຂຶ້ນດ້ວຍເລືອດເນື້ອ  ແລະການ ເສຍສະຫຼະຊີວິດອັນໃຫຍ່ຫຼວງຂອງນັກຮົບປະຕິວັດ ແລະປະຊາຊົນສອງປະເທດຫຼາຍລຸ້ນຄົນ, ທ່ານ ເລຮວ່າຍຈູງ ລັດຖະມົນຕີ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ນໍ້າໃຈສັດຊື່ບໍລິສຸດ, ການສະໜັບສະໜູນ ແລະຊ່ວຍເຫຼືອອັນລໍ້າຄ່າເຊິ່ງພັກ, ລັດ ແລະປະຊາຊົນ ລາວທີ່ໄດ້ສະຫຼະໃຫ້ຫວຽດນາມ ໃນຕະຫຼອດເວລາຜ່ານມາ;...

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ສະແດງຄວາມປິຕິຊົມຊື່ນຕ້ອນຮັບບັນດາການນໍາຂັ້ນສູງຂອງພັກ ແລະລັດຫວຽດນາມ, ການນໍາບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນມາເຂົ້າຮ່ວມພິທີ; ເນັ້ນໜັກສິ່ງເຫຼົ່ານີ້ສະແດງອາລົມຈິດສະຫາຍອ້າຍນ້ອງສະໜິດສະໜົມ ແລະການພົວພັນແບບພິເສດທີ່ຫາຍາກໃນໂລກລະຫວ່າງສອງປະເທດລາວ-ຫວຽດນາມ; ຊົມເຊີຍຜົນງານອັນໃຫຍ່ຫຼວງ ເຊິ່ງປະຊາຊົນຫວຽດນາມ ອ້າຍນ້ອງຍາດໄດ້ໃນໄລຍະຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ນໍາໜ້າແມ່ນທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ປະຊາຊົນຫວຽດນາມ ອ້າຍນ້ອງຈະປະຕິບັດເປົ້າໝາຍພັດທະນາມາຮອດປີ 2030 ແລະ2045 ຢ່າງມີໄຊ. ເນື່ອງໃນໂອກາດນີ້, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຂອບໃຈການສະໜັບສະໜູນ, ຊ່ວຍເຫຼືອ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ສະຫງວນໃຫ້ພັກ, ລັດ ແລະປະຊາຊົນລາວ ໃນຕະຫຼອດໄລຍະຕໍ່ສູ້ປົດປ່ອຍຊາດກ່ອນນີ້ ກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດໃນປະຈຸບັນ,... ແຕ່ສອງພັກ, ສອງລັດຍັງຮັດແໜ້ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ, ຢືນຢັນກ່ຽວກັບການພົວພັນສັດຊື່ບໍລິສຸດ, ຫາຍາກໃນໂລກຢ່າງແຂງແຮງ.

ໂດຍ: ໄຊນີດາ