ແຂວງບັກນີງ-ແຂວງໄຊສົມບູນ ແລກປ່ຽນບົດຮຽນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ
ກປ.ອອນໄລ - ໂດຍປະຕິບັດຕາມຂໍ້ຕົກລົງການຮ່ວມມື ໄລຍະ 2026-2030 ລະຫວ່າງຄະນະກໍາມະການປະຊາຊົນແຂວງບັກນີງ ແລະຄະນະກໍາມະການປົກຄອງແຂວງໄຊສົມບູນ , ວັນທີ 7 ເມສາ, ຢູ່ແຂວງບັກນີງ, ພະແນກກະສິກໍາ ແລະສິ່ງແວດລ້ອມສອງແຂວງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນໃນວຽກງານປົກປັກຮັກສາສິ່ງແວດລ້ອມ ດ້ວຍການເຂົ້າຮ່ວມຂອງການນຳ ແລະພະນັກງານວິຊາການສອງທ້ອງຖິ່ນ.
    |
 |
|
ການນຳພະແນກກະສິກໍາ ແລະສິ່ງແວດລ້ອມສອງແຂວງ ເປັນປະທານກອງປະຊຸມ. ພາບ: baobacninhtv.vn |
ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ຕາງໜ້າແຂວງບັກນີງ ໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ບັກນີງ ບັນລຸລະດັບເຕີບໂຕເສດຖະກິດ-ສັງຄົມສູງ, ຂະບວນການຫັນເປັນອຸດສາຫະກໍາ, ຫັນເປັນຕົວເມືອງດໍາເນີນຢ່າງແຂງແຮງ. ສິ່ງດັ່ງກ່າວເຮັດໃຫ້ຄວາມກົດດັນຕໍ່ສິ່ງແວດລ້ອມເພີ່ມຂຶ້ນ, ພິເສດໃນຂົງເຂດນໍ້າໜ້າດິນ, ນໍ້າໃຕ້ດິນ, ອາກາດ, ດິນ ແລະຊີວະນາໆພັນ. ຕໍ່ໜ້າຄວາມເປັນຈິງດັ່ງກ່າວ, ແຂວງບັກນີງ ໄດ້ຜັນຂະຫຍາຍມາດຕະການຫຼາຍຢ່າງແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງ ແລະປົກປັກຮັກສາສິ່ງແວດລ້ອມ, ມຸ່ງໄປເຖິງການພັດທະນາແບບຍືນຍົງເທື່ອລະກ້າວ.
ແຂວງບັກນີງ ກໍ່ເອົາໃຈໃສ່ເປັນພິເສດເຖິງການລະດົມ ແລະນໍາໃຊ້ແຫຼ່ງທຶນດ້ານການເງິນໃຫ້ການປົກປັກຮັກສາສິ່ງແວດລ້ອມຢ່າງມີປະສິດທິຜົນ. ໃນໄລຍະ 2021-2025, ຍອດລາຍຈ່າຍງົບປະມານໃຫ້ແກ່ຂົງເຂດນີ້ຈະບັນລຸ 529 ຕື້ດົ່ງ. ແຂວງບັກນີງ ຍູ້ແຮງຫັນເປັນສັງຄົມ, ດຶງດູດກວ່າ 944 ຕື້ດົ່ງ ຈາກວິສາຫະກິດ ແລະຊຸມຊົນລົງທຶນເຂົ້າໃນການບໍາບັດສິ່ງເສດເຫຼືອ, ຜະລິດຂີ້ເຫຍື້ອຄືນໃໝ່ ແລະສະໜອງນໍ້າປະປາ.
    |
 |
|
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: baobacninhtv.vn |
ທີ່ກອງປະຊຸມ, ຜູ້ຕາງໜ້າພະແນກກະສິກໍາ ແລະສິ່ງແວດລ້ອມແຂວງໄຊສົມບູນ ໄດ້ຕີລາຄາສູງໝາກຜົນ ແລະບົດຮຽນຂອງແຂວງບັກນີງ, ພິເສດໃນການສ້າງກົນໄກນະໂຍບາຍ, ລະດົມແຫຼ່ງກຳລັງ ແລະການຈັດຕັ້ງປະຕິບັດຢູ່ຮາກຖານ. ສອງຝ່າຍໄດ້ແລກປ່ຽນບັນດາເນື້ອໃນຢ່າງເລິກເຊິ່ງ, ຄື: ການແບ່ງຂັ້ນຄຸ້ມຄອງສິ່ງແວດລ້ອມ, ຂັ້ນຕອນອອກໃບອະນຸຍາດໂຄງການ, ບໍາບັດຂີ້ເຫຍື້ອ, ກໍ່ສ້າງໂຮງງານບໍາບັດຂີ້ເຫຍື້ອ ກໍ່ຄືມາດຕະຖານພັດທະນາຕົວເມືອງສີຂຽວ, ສະອາດ ແລະສວຍງາມ.
ກອງປະຊຸມແມ່ນໂອກາດສຳຄັນເພື່ອໃຫ້ສອງທ້ອງຖິ່ນເພີ່ມທະວີການຮ່ວມມື ແລະແລກປ່ຽນບົດຮຽນໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ຜ່ານນັ້ນປະກອບສ່ວນຍົກສູງປະສິດທິຜົນການຄຸ້ມຄອງ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງກວ່າອີກ.
ໂດຍ: ເຈິ່ນຮວ່ຽນ