ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນກ່ຽວກັບທິດທາງ ແລະໜ້າທີ່ສົມທົບກັນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ພ້ອມກັນພັດທະນາ ໄລຍະ 2026-2028 ດ້ວຍຫຼາຍເນື້ອໃນສຳຄັນ. ໃນນັ້ນ, ສືບຕໍ່ໂຄສະນາເຜີຍແຜ່ ແລະສຶກສາອົບຮົມ ແນໃສ່ຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນທຸກຊັ້ນຄົນ, ພິເສດແມ່ນຄົນຮຸ່ນໜຸ່ມ, ນັກຮຽນ, ນັກສຶກສາສອງປະເທດກ່ຽວກັບປະຫວັດແຫ່ງການພົວພັນອັນດີງາມ, ບໍລິສຸດຜຸດຜ່ອງ, ເປັນແບບຢ່າງລະຫວ່າງສອງຊາດຫວຽດນາມ - ລາວ.
    |
 |
|
ຜູ້ຕາງໜ້າການນໍາແນວໂຮມປະເທດຊາດບັນດາແຂວງທີ່ມີເສັ້ນຊາຍແດນຕິດຈອດກັນລະຫວ່າງຫວຽດນາມ-ລາວ ລົງນາມໃນເອກະສານຄໍາໝັ້ນສັນຍາແຂ່ງຂັນ ປີ 2026. ພາບ: ສໍານັກຂ່າວສານຫວຽດນາມ |
ຄະນະກຳມະການແນວໂຮມປະເທດຊາດ 9 ແຂວງ, ນະຄອນຂອງຫວຽດນາມ ແລະ 10 ແຂວງທີ່ມີເສັ້ນຊາຍແດນຕິດຈອດກັນຂອງລາວ ສືບຕໍ່ເພີ່ມທະວີການສົມທົບກັນ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ຂົນຂວາຍປະຊາຊົນເສີມຂະຫຍາຍບົດບາດເປັນເຈົ້າຂອງ, ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ, ສ້າງຊີວິດເປັນປົກກະຕິ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
ພ້ອມດຽວກັນນັ້ນ, ບັນດາທ້ອງຖິ່ນຢູ່ສອງຟາກຊາຍແດນເພີ່ມທະວີການຈັດຕັ້ງການພົບປະແລກປ່ຽນປະຊາຊົນ, ເສີມຂະຫຍາຍປະສິດທິຜົນລາຍການແຮກສ່ຽວລະຫວ່າງບັນດາຄ້າຍທະຫານຊາຍແດນ, ລະຫວ່າງບ້ານ-ບ້ານ, ຕາແສງຕິດຈອດກັບຊາຍແດນ; ຜ່ານນັ້ນປັບປຸງຄວາມສາມັກຄີ, ສາຍພົວພັນສະໜິດສະໜົມ, ໜູນຊ່ວຍພ້ອມກັນພັດທະນາ.
    |
 |
|
ການນໍາສອງຝ່າຍເຫັນດີເປັນເອກະພາບຕໍ່ຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ກອງປະຊຸມຍັງໄດ້ເຫັນດີເປັນເອກະພາບຊຸກຍູ້ການພັດທະນາ, ໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວ, ຂຸດຄົ້ນລາຍການທ່ອງທ່ຽວລະຫວ່າງສອງປະເທດ ຢູ່ບັນດາທ້ອງຖິ່ນຕິດກັບຊາຍແດນ; ຈັດຕັ້ງງານຕະຫຼາດນັດການຄ້າ ແລະງານວາງສະແດງສິນຄ້າທີ່ມີຄຸນນະພາບສູງຂອງຫວຽດນາມ ແລະ ລາວ ຢູ່ເຂດຊາຍແດນທີ່ມີປະຊາກອນໜາແໜ້ນ ເປັນປະຈຳປີ.
ໃນໄລຍະຈະມາເຖິງ, ແນວໂຮມປະເທດຊາດສອງປະເທດ ຈະສຸມໃສ່ຜັນຂະຫຍາຍບັນດາທິດທາງການຮ່ວມມືທີ່ຮອບດ້ານ, ໂດຍຈຸດສຸມແມ່ນເພີ່ມທະວີການໂຄສະນາເຜີຍແຜ່; ຍູ້ແຮງການປະສານສົມທົບດ້ານການເມືອງ ແລະການທູດປະຊາຊົນ; ເປີດກວ້າງການຮ່ວມມືລະຫວ່າງແນວໂຮມປະເທດຊາດບັນດາທ້ອງຖິ່ນຢູ່ເຂດຊາຍແດນ; ຄັດເລືອກບັນດາເນື້ອໃນລະອຽດ, ແທດຈິງເພື່ອໃຫ້ແນວໂຮມປະເທດຊາດ ຂັ້ນຕາແສງ, ບ້ານຕິດກັບຊາຍແດນລົງນາມແຂ່ງຂັນ, ສ້າງການແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນຊຸມຊົນ.
ໂດຍ: ທູຈາງ