ຮັດແໜ້ນການພົວພັນຮ່ວມມືລະຫວ່າງ ດ່າໜັ້ງ-ຈໍາປາສັກ
ກປ.ອອນໄລ - ວັນທີ 27 ມັງກອນ, ທ່ານ ຫງວຽນດິ່ງວີງ ຮອງເລຂາຜູ້ປະຈໍາການພັກນະຄອນດ່າໜັ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງຈໍາປາສັກ ນໍາໂດຍທ່ານ ສຸພາບ ທໍາມະຮັກສາ ຮອງເລຂາພັກແຂວງຈໍາປາສັກ ໄດ້ມາຢ້ຽມຢາມ ແລະອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ.
    |
 |
|
ທ່ານ ຫງວຽນດິ່ງວີງ ຮອງເລຂາຜູ້ປະຈໍາການພັກນະຄອນດ່າໜັ້ງ (ເບື້ອງຂວາ) ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ ສຸພາບ ທໍາມະຮັກສາ ຮອງເລຂາພັກແຂວງຈໍາປາສັກ. ພາບ: ງອັກຮ່າ |
ທີ່ການຕ້ອນຮັບ, ທ່ານ ຫງວຽນດິ່ງວີງ ໃຫ້ຮູ້ວ່າ ນະຄອນດ່າໜັ້ງ ຈະສືບຕໍ່ປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມໃນເມື່ອກ່ອນຂອງແຂວງກວ໋າງນາມ (ເກົ່າ) ແລະນະຄອນດ່າໜັ້ງ (ເກົ່າ); ພ້ອມທັງນໍາຂໍ້ສະເໜີຂອງແຂວງຈຳປາສັກ ແລະແຂວງສະຫວັນນະເຂດ, ເຊກອງ, ອັດຕະປື, ສາລະວັນ ເຂົ້າໃນໂຄງການຮ່ວມມືລວມ ເພື່ອເປັນເອກະພາບຜັນຂະຫຍາຍຕາມຄວາມຄືບໜ້າ. ທ່ານ ຫງວຽນດິ່ງວີງ ຫວັງວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງທ້ອງຖິ່ນ ຈະສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີ ແລະພັດທະນາຢ່າງຮອບດ້ານ ແລະມີປະສິດທິຜົນ, ປະກອບສ່ວນຮັດແໜ້ນກວ່າອີກສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ.
    |
 |
|
ຄະນະຜູ້ແທນແຂວງຈໍາປາສັກ ມອບຂອງຂວັນ ແລະຖ່າຍຮູບເປັນທີ່ລະນຶກກັບການນໍານະຄອນດ່າໜັ້ງ. ພາບ: ງອັກຮ່າ |
ສ່ວນທ່ານ ສຸພາບ ທຳມະຮັກສາ ຫວັງວ່າ ສອງທ້ອງຖິ່ນຈະສືບຕໍ່ຜັນຂະຫຍາຍເນື້ອໃນຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ ແລະສົມທົບກັນລົງນາມໃນຂໍ້ຕົກລົງຮ່ວມມືເພີ່ມເຕີມໃນໄລຍະຈະມາເຖິງ. ທ່ານ ສຸພາບ ທຳມະຮັກສາ ຢືນຢັນວ່າສອງຝ່າຍຈະຍູ້ແຮງການຮ່ວມມືໃຫ້ເຂົ້າສູ່ລວງເລິກ, ຍົກສູງປະສິດທິຜົນໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການທ່ອງທ່ຽວ, ການຄ້າ ແລະການລົງທຶນ, ຜ່ານນັ້ນ ປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດຫວຽດນາມ-ລາວ, ລະຫວ່າງນະຄອນດ່າໜັ້ງ ແລະແຂວງຈໍາປາສັກ.
ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ, ຕາງໜ້າຄະນະ, ທ່ານ ຮອງເລຂາພັກແຂວງຈໍາປາສັກ ໄດ້ສົ່ງຄໍາພອນໄຊອັນປະເສີດມາຍັງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນດ່າໜັ້ງ, ອວຍພອນໃຫ້ການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນນັບມື້ນັບແໜ້ນແຟ້ນ ແລະພັດທະນາ.
ໂດຍ: ເຈິ່ນຮວ່ຽນ