leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquangtri.vn

ທີ່ການຕ້ອນຮັບ, ສະຫາຍ ບຸນຫຼາຍ ບຸດທິ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກວ໋າງຈິ. ເນື່ອງໃນໂອກາດລະດູບານໃໝ່ ປີມະເມຍ 2026, ສະຫາຍ ໄດ້ສົ່ງພອນໄຊອັນປະເສີດມາຍັງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກວ໋າງຈິ ຕ້ອນຮັບປີໃໝ່ຈົ່ງຢູ່ດີມີແຮງ, ຈະເລີນຮັ່ງມີ.

ຊົມເຊີຍບັນດາຜົນງານ ເຊິ່ງ ແຂວງກວ໋າງຈິ ບັນລຸໄດ້ໃນຂົງເຂດເສດຖະກິດ, ສັງຄົມໃນປີຜ່ານມາ, ສະຫາຍ ບຸນຫຼາຍ ບຸດທິ ຫວັງວ່າໃນໄລຍະຈະມາເຖິງ, ສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ກໍ່ຄືປະຊາຊົນສອງປະເທດ ເວົ້າລວມ, ສອງແຂວງ ກວ໋າງຈິ ແລະເຊກອງ ເວົ້າສະເພາະ ຈະນັບມື້ນັບເຂົ້າສູ່ລວງເລິກ.

leftcenterrightdel
ສະຫາຍ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ສົ່ງຄໍາອວຍພອນປີໃໝ່ ມາຍັງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກວ໋າງຈິ. ພາບ: baoquangtri.vn

ຕາງໜ້າການນຳແຂວງ, ສະຫາຍ ຫງວຽນວັນເຟືອງ, ເລຂາພັກແຂວງກວ໋າງຈິ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງເຊກອງ ທີ່ສະຫງວນໃຫ້ແກ່ກວ໋າງຈິ ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ.

ສະຫາຍ ຫງວຽນວັນເຟືອງ ຫວັງວ່າຜົນການຮ່ວມມືຮອບດ້ານລະຫວ່າງສອງແຂວງ ໃນໄລຍະຜ່ານມາ ຈະແມ່ນພື້ນຖານເພື່ອໃຫ້ສອງແຂວງສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືໃນໄລຍະຈະມາເຖິງ; ພ້ອມທັງສະແດງເຊື່ອໝັ້ນວ່າດ້ວຍຄວາມເອົາໃຈໃສ່ນໍາພາຂອງສອງພັກ, ສອງລັດຖະບານ, ພື້ນຖານໂຄງລ່າງການເຊື່ອມຕໍ່ລະຫວ່າງສອງແຂວງຈະມີການປ່ຽນແປງໃຫຍ່, ຍູ້ແຮງການແລກປ່ຽນການຄ້າ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນເທື່ອລະກ້າວ. ສະຫາຍ ຫງວຽນວັນເຟືອງ ສະແດງຄວາມເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ສາຍພົວພັນມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດເວົ້າລວມ ແລະສອງແຂວງກວ໋າງຈິ ແລະເຊກອງ ເວົ້າສະເພາະ ຈະ “ຂຽວສົດງົດງາມ,  ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍ: ເຈິ່ນຮວ່ຽນ