ຄະນະປະຕິບັດງານແຂວງໄຊສົມບູນ ອວຍພອນປີໃໝ່ແຂວງເຊີນລາ
ກປ.ອອນໄລ - ວັນທີ 28 ມັງກອນ, ຄະນະປະຕິບັດງານແຂວງໄຊສົມບູນ ນຳໂດຍ ທ່ານ ທອງວັນ ທຳມະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄຊສົມບູນ ມາເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນບຸນປີໃໝ່ປະຈໍາຊາດແຂວງເຊີນລາ.
ຕາງໜ້າບັນດາສະຫາຍການນຳແຂວງເຊີນລາ, ທ່ານ ຫງວຽນດິ່ງຫວຽດ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍຄະນະປະຕິບັດງານແຂວງໄຊສົມບູນ ມາຢ້ຽມຢາມ ແລະແຈ້ງໃຫ້ຊາບກ່ຽວກັບໝາກຜົນດີເດັ່ນຂອງແຂວງເຊີນລາ ໃນປີ 2025 ໃນທຸກຂົງເຂດ.
    |
 |
|
ຄະນະປະຕິບັດງານແຂວງໄຊສົມບູນ ອວຍພອນປີໃໝ່ປະຈໍາຊາດແຂວງເຊີນລາ. ພາບ: baosonla.vn |
ກ່ຽວກັບການຮ່ວມມືລະຫວ່າງສອງແຂວງ, ປະຈຸບັນ, ແຂວງເຊີນລາ ຮັບເອົານັກສຶກສາ 126 ຄົນ ຂອງແຂວງໄຊສົມບູນ ທີ່ພວມຮ່ຳຮຽນຢູ່ບັນດາຮາກຖານການສຶກສາຂອງແຂວງ. ສອງແຂວງ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຮ່ວມມືຢ່າງເປັນປະຈຳ, ຈັດຕັ້ງຄະນະຜູ້ແທນແລກປ່ຽນບົດຮຽນປະສົບການ ໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຕາງໜ້າຄະນະ, ສະຫາຍ ທອງວັນ ທຳມະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສົມກຽດຂອງການນຳແຂວງເຊີນລາ ແລະຊົມເຊີຍໝາກຜົນທີ່ແຂວງເຊີນລາ ບັນລຸໄດ້ໃນທຸກຂົງເຂດ. ພ້ອມທັງ, ຕີລາຄາສູງການຊ່ວຍເຫຼືອຂອງແຂວງເຊີນລາ ຕໍ່ກັບແຂວງໄຊສົມບູນ ໃນໄລຍະຜ່ານມາ. ຫວັງວ່າ ແຂວງເຊີນລາ ຈະສືບຕໍ່ເອົາໃຈໃສ່ ແລະຮ່ວມມືກັບແຂວງໄຊສົມບູນ ໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດການສຶກສາ, ກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ; ກໍ່ສ້າງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງແຂວງໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ.
    |
 |
|
ການນຳແຂວງໄຊສົມບູນ ມອບຊໍ່ດອກໄມ້ອວຍພອນແຂວງເຊີນລາ. ພາບ: baosonla.vn |
ທ່ານ ຫງວຽນດິ່ງຫວຽດ ປາດຖະໜາວ່າ ສອງແຂວງ ຈະສືບຕໍ່ຍູ້ແຮງການພົວພັນຮ່ວມມືຮອບດ້ານໃນທຸກຂົງເຂດເພື່ອຮັກສາ, ປັບປຸງ, ພັດທະນາການພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ້າງຂວາງ, ລະຫວ່າງແຂວງເຊີນລາ ກັບແຂວງໄຊສົມບູນ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ; ຈັດຕັ້ງການຊາບຊຶມ ແລະປະຕິບັດບັນດາເນື້ອໃນຂໍ້ຕົກລົງການຮ່ວມມືລະຫວ່າງສອງແຂວງ ຢ່າງມີປະສິດທິຜົນ; ສ້າງເງື່ອນໄຂໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນ ເພີ່ມທະວີການແລກປ່ຽນ ແລະຖອດຖອນບົດຮຽນໃນທຸກຂົງເຂດ.
ໂດຍ: ທູຈາງ