ກ່າວຄໍາເຫັນທີ່ລາຍການ, ທ່ານນາງ ຕະເຟືອງຢູງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ປາກເຊ ເນັ້ນໜັກວ່າ ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2026 ໄດ້ຈັດຕັ້ງໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ປະຊາຊົນສອງປະເທດ ຫວຽດນາມ-ລາວ ມີຄວາມປິຕິຊົມຊື່ນ ແລະຕື່ນເຕັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
    |
 |
|
ເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ-ລາວ. ພາບ: baovanhoa.vn |
ທ່ານນາງ ຕະເຟືອງຢູງ ກໍ່ແຈ້ງໃຫ້ຊາບຜົນງານສໍາຄັນທີ່ຫວຽດນາມ ບັນລຸໄດ້ໃນປີ 2025 ກໍ່ຄືໃນໄລຍະ 2021-2025; ບັນດາຂີດໝາຍສໍາຄັນຂອງການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ. ໃນປີ 2025, ການພົວພັນຮ່ວມມືທີ່ເປັນມູນເຊື້ອ, ມິດຕະພາບລະຫວ່າງ 4 ແຂວງພາກໃຕ້ລາວ ແລະ 13 ທ້ອງຖິ່ນຂອງຫວຽດນາມ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ບັນດາທ້ອງຖິ່ນຂອງສອງປະເທດແລກປ່ຽນຄະນະຜູ້ແທນ, ຢື້ຢາມຖາມຂ່າວກັນເນື່ອງໃນໂອກາດບຸນເຕັດ ແລະເນື່ອງໃນໂອກາດບັນດາທ້ອງຖິ່ນຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນສໍາເລັດຜົນ.
ຄຽງຂ້າງ 110 ໂຄງການລົງທຶນຂອງວິສາຫະກິດຫວຽດນາມ ປັດຈຸບັນ ດ້ວຍລວມຍອດທຶນຈົດທະບຽນປະມານ 3,5 ຕື້ໂດລາສະຫະລັດ, ປີ 2025 ມີໂຄງການລົງທຶນຕື່ມອີກ 30 ໂຄງການຂອງວິສາຫະກິດຫວຽດນາມ ດ້ວຍລວມຍອດທຶນຈົດທະບຽນເກືອບ 50 ລ້ານໂດລາສະຫະລັດ. ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຍາມໃດກໍ່ສາມັກຄີ, ຮັກສາສີສັນວັດທະນະທໍາຂອງຊາດ, ມຸ່ງເຖິງບ້ານເກີດເມືອງນອນດ້ວຍຫຼາຍກິດຈະກໍາແທດຈິງ (ໃນນັ້ນສະໜັບສະໜູນກວ່າ 1 ຕື້ດົ່ງໃຫ້ພໍ່ແມ່ປະຊາຊົນພາກກາງ ຖືກພາຍຸນໍ້າຖ້ວມ).
    |
 |
|
ລາຍການລະດູບານໃໝ່ບ້ານເກີດເມືອງນອນຂໍ່ານັບຮັບຕ້ອນລະດູບານໃໝ່ 2026 ຢູ່ ປາກເຊ. ພາບ: baovanhoa.vn |
ໃນປີຜ່ານມາ, ສະຖານກົງສູນໃຫຍ່ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເຊື່ອມຕໍ່, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 4 ແຂວງພາກໃຕ້ລາວ ແລະຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ບົນພື້ນຖານນ້ັນ, ສະຖານກົງສູນໃຫຍ່ ໄດ້ສົມທົບກັບບັນດາອົງການ, ທ້ອງຖິ່ນຜັນຂະຫຍາຍຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດລົງທຶນ, ການຄ້າ ແລະພັດທະນາຊັບພະຍາກອນມະນຸດລະຫວ່າງ 4 ແຂວງພາກໃຕ້ລາວ ແລະຫວຽດນາມ.
ພ້ອມກັນນັ້ນ, ສະຖານກົງສູນໃຫຍ່ ໄດ້ຕັ້ງໜ້າຊ່ວຍເຫຼືອໂຄສະນາການທ່ອງທ່ຽວພາກໃຕ້ລາວ, ໂຄສະນາວັດທະນະທໍາຫວຽດນາມ; ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດຫວຽດນາມ ໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະເອົາໃຈໃສ່ເຖິງວຽກງານເບິ່ງແຍງດູແລໃຫ້ປະຊາຄົມ,...
ທ່ານນາງ ຕະເຟືອງຢູງ ກໍ່ເນ້ັນໜັກແຜນນະໂຍບາຍທີ່ສະເໝີຕ້ົນສະເໝີປາຍຂອງພັກ ແລະລັດຫວຽດນາມ ແມ່ນຍາມໃດກໍ່ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ພ້ອມທັງແມ່ນແຫຼ່ງກໍາລັງທີ່ສໍາຄັນຂອງຊົນຊາດຫວຽດນາມ.
    |
 |
|
ແຂກທີ່ຖືກເຊີນ ຢ້ຽມຊົມງານວາງສະແດງຮູບພາບ. ພາບ: baovanhoa.vn |
ຕາງໜ້າການນໍາບັນດາແຂວງພາກໃຕ້ລາວ, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງຈໍາປາສັກ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງທີ່ຍາດມາໄດ້ໃນ 80 ປີຜ່ານມາ.
ທ່ານ ອາລຸນໄຊ ສູນນະລາດ ກໍ່ຕີລາຄາສູງການປະກອບສ່ວນຂອງສະຖານກົງສູນໃຫຍ່ໃຫ້ແກ່ການພັດທະນາການພົວພັນຮ່ວມມືລະຫວ່າງ 4 ພາກໃຕ້ຂອງລາວ ກັບ 9 ແຂວງ, 4 ນະຄອນຂຶ້ນກັບພາກກາງ, ເຂດໄຕງວຽນ ແລະພາກໃຕ້ຫວຽດນາມ, ພິເສດໃນການຜັນຂະຫຍາຍບົດບັນທຶກຮ່ວມມືສະບັບຕ່າງໆໃຫ້ມີປະສິດທິຜົນ.
ໂດຍ: ໄຊນີດາ