ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ
ກປ.ອອນໄລ - ຕອນບ່າຍວັນທີ 28 ມັງກອນ, ໃນລາຍການເຮັດວຽກຢູ່ແຂວງເງະອານ, ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ ຄັ້ງທີ 7 ປີ 2026 ໄດ້ວາງພວງມາລາ, ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານພິເສດແຫ່ງຊາດ ກິມລຽນ.
ຄະນະຜູ້ແທນລາວ ນໍາໂດຍທ່ານ ຄຳຜອຍ ວັນນະສານ, ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ. ສ່ວນຝ່າຍຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ມີຕາງໜ້າການນໍາບັນດາຄະນະ. ທ່່ານນາງ ຫວໍທິມິງຊິງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານ ພ້ອມດ້ວຍຜູ້ແທນເຂົ້າຮ່ວມກອງປະຊຸມ.
    |
 |
|
ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນຫວຽດນາມ- ລາວ ຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ. ພາບ: ອານຢວຽນ |
ຄະນະຜູ້ແທນໄດ້ວາງພວງມານາ, ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ-ຜູ້ນຳທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ, ຜູ້ກໍ່ຕັ້ງພື້ນຖານ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດ, ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວ. ຕໍ່ໄປນ້ັນ, ຄະນະຜູ້ແທນໄດ້ຢ້ຽມຊົມເຮືອນຮ້ານທີ່ໄດ້ກໍ່ສ້າງໃນເຂດປູຊະນີຍະສະຖານພິເສດແຫ່ງຊາດກິມລຽນ. ກິດຈະກໍາດັ່ງກ່າວເປັນສັນຍາລັກໃຫ້ນໍ້າໃຈມິດຕະພາບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.
ໃນຕອນຄໍ່າວັນທີ 28 ມັງກອນ, ຄະນະຜູ້ແທນໄດ້ເຂົ້າຮ່ວມລາຍການຖ່າຍທອດສົດພິເສດ”. ຕອນບ່າຍວັນທີ 29 ມັງກອນ, ກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ ຄັ້ງທີ 7 ປີ 2026 ຈະດໍາເນີນຢູ່ໂຮງແຮມເມື່ອງແທັງ, ຕາແສງແທ່ງວິງ, ແຂວງເງະອານ.
ໂດຍ: ໄຊນີດາ