ທີ່ການພົບປະສອງຝ່າຍ, ການນຳກະຊວງວັດທະນະທຳສອງປະເທດ ໃຫ້ຮູ້ວ່າ ລາຍການສະແດງສິລະປະພິເສດ "ຫວຽດນາມ-ລາວ: ບົດກອນຍາວແຫ່ງມິດຕະພາບ" ໂດຍການນຳຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະພາບຈັດຕັ້ງ ເພື່ອຂໍ່ານັບຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍລະຫວ່າງກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວຫວຽດນາມ ແລະກະຊວງວັດທະນະທຳ ແລະທ່ອງທ່ຽວລາວ ໃນຕອນບ່າຍວັນທີ 28 ທັນວາ. ພາບ: nhandan.vn

ລາຍການສະແດງສິລະປະພິເສດ ແມ່ນບົດກອນຍາວອັນຍິ່ງໃຫຍ່, ການປະສົມປະສານລະຫວ່າງຈິດໃຈສະຫງ່າຜ່າເຜີຍຂອງຊາດ ແລະນໍ້າໃຈສາມັກຄີສາກົນອັນສູງສົ່ງ, ເປັນສັນຍາລັກແຫ່ງຄວາມເຊື່ອໝັ້ນຕໍ່ໄຊຊະນະ, ເປັນການສະແດງຄວາມຮູ້ບຸນຄຸນຕໍ່ປະຫວັດສາດ ແລະໃຫ້ຄຳໝັ້ນສັນຍາຕໍ່ອະນາຄົດ, ຢືນຢັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຄວາມຜູກພັນຍຸດທະສາດລະຫວ່າງຫວຽດນາມ ແລະລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ເປັນໜ້າເອົາໃຈໃສ່, ຕາມຜູ້ຕາງໜ້າຂອງກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວ ແລ້ວ, ນີ້ແມ່ນຄັ້ງທຳອິດທີ່ມີລາຍການສະແດງສິລະປະທີ່ມີຂະໜາດໃຫຍ່ຂອງຫວຽດນາມ ໄດ້ນໍາອອກຢູ່ຕ່າງປະເທດ, ສົມທົບກັບຝ່າຍເພື່ອນມິດລາວ ຮ່ວມກັນສະແດງ.

ໂດຍ: ຈາງຫງວຽນ