ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ
ກປ.ອອນໄລ - ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມກອງປະຊຸມປະຈຳປີ ຄັ້ງທີ 34 ລະຫວ່າງສອງຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ, ໃນຕອນເຊົ້າວັນທີ 28 ທັນວາ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະຜູ້ແທນຊາຍແດນຫວຽດນາມ ມາເຂົ້າຢ້ຽມຂໍ່ານັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ.
ທີ່ການຕ້ອນຮັບ, ທ່ານ ຫງວຽນມິງຫວູ ໄດ້ແຈ້ງໃຫ້ຊາບກ່ຽວກັບກອງປະຊຸມໄດ້ດໍາເນີນປະສົບຜົນສຳເລັດຢ່າງຈົບງາມ; ສອງຄະນະຜູ້ແທນໄດ້ມີການແລກປ່ຽນທີ່ແທດຈິງ ແລະບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບທິດທາງການຮ່ວມມືໃນຫຼາຍຂົງເຂດ ເພື່ອແນໃສ່ເພີ່ມທະວີວຽກງານຄຸ້ມຄອງຊາຍແດນລະຫວ່າງຫວຽດນາມ - ລາວ ໃນສະພາບການໃໝ່ຂອງສາຍພົວພັນສອງປະເທດ.
    |
 |
|
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຊາຍແດນຫວຽດນາມ. ພາບ: nhandan.vn |
ພິເສດ, ກອງປະຊຸມບັນລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບການຊຸກຍູ້ການຮ່ວມມື ແລະສົມທົບກັນໃນການຄຸ້ມຄອງຊາຍແດນ ແລະພັດທະນາເສດຖະກິດ-ສັງຄົມແບບຍືນຍົງຢູ່ເຂດຊາຍແດນ, ປະກອບສ່ວນປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນ.
ທ່ານ ຫງວຽນມິງຫວູ ປາດຖະໜາຢາກຊຸກຍູ້ວຽກງາປະສານສົມທົບ ລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃຫ້ຫຼາຍຕື່ມອີກ, ຜ່ານນັ້ນເສີມຂະຫຍາຍບົດບາດເຊື່ອມຕໍ່ ແລະຊຸກຍູ້ບັນດາເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ລະດົມ ແລະເຊື່ອມຈອດແຫຼ່ງກຳລັງຈາກພາກພື້ນ ແລະສາກົນ, ເພື່ອແນໃສ່ຮັບປະກັນບັນດາໂຄງການຈຸດສຸມຂອງສອງປະເທດ, ຄື: ທາງດ່ວນຮ່າໂນ້ຍ - ວຽງຈັນ, ເສັ້ນທາງລົດໄຟວຽງຈັນ-ຫວູງອ໋າງ, ເຊື່ອມຈອດ ແລະພັດທະນາດ່ານ ຊາຍແດນຢູ່ຕາມເສັ້ນຊາຍແດນລະຫວ່າງສອງປະເທດ; ພ້ອມທັງສືບຕໍ່ຖືເປັນສໍາຄັນ ແລະຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງຢູ່ເຂດຊາຍແດນຫວຽດນາມ - ລາວ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn |
ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ກໍເຫັນດີຕໍ່ເລື່ອງຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີວຽກງານຊາຍແດນ, ເນັ້ນໜັກເຖິງຄວາມໝາຍຂອງການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ, ຢືນຢັນວ່າ ຈະຊີ້ນຳກະຊວງການຕ່າງປະເທດລາວ ສົມທົບຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດຫວຽດນາມ ໃນການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຕົກລົງໃນກອງປະຊຸມເພື່ອບັນລຸໄດ້ບາດກ້າວບຸກທະລຸໃຫຍ່ກວ່າໃນປີ 2026.
ໂດຍ: ທູຈາງ