ກ່າວຄຳເຫັນທີ່ພິທີ, ທ່ານ ເອົາຫວຽດຮຶງ, ຫົວໜ້າສູນວັດທະນະທຳ ຫວຽດນາມ ປະຈຳ ລາວ, ໃຫ້ຮູ້ວ່າ ກວ່າ 30 ປີກ່ອນ, ສູນໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານການມອບຮັບຈາກສຳນັກງານຮ້ານຂາຍປື້ມແຫ່ງລັດລາວ, ດ້ວຍພາລະບົດບາດກາຍເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ - ລາວ.

leftcenterrightdel
ລາຍການສະແດງສິລະປະທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ແຕ່ລະບາດກ້າວແຫ່ງການພັດທະນາຂອງສູນຍາມໃດກໍ່ມີຄວາມຕິດພັນກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຄວາມຜູກພັນຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ-ລາວ, ກາຍເປັນແຫ່ງແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳ, ເຊື່ອມຕໍ່ຈິດສຳນຶກ ແລະເພີ່ມພູມຄູນສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຊາດ.

ທ່ານ ເອົາຫວຽດຮຶງ ເນັ້ນໜັກວ່າ ໃນໄລຍະພັດທະນາໃໝ່, ສູນວັດທະນະທໍາຫວຽດນາມ ປະຈໍາ ລາວ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບບັນດາກະຊວງ, ຂະແໜງການຂອງລາວ ຢ່າງແໜ້ນແຟ້ນ, ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ເປີດກວ້າງການຮ່ວມມື, ຍົກສູງປະສິດທິຜົນການໂຄສະນາວັດທະນະທຳ, ສິລະປະ ແລະການທ່ອງທ່ຽວ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ສືບຕໍ່ແມ່ນຂົວເຊື່ອມຕໍ່ວັດທະນະທຳທີ່ສະໜິດແໜ້ນໃນສາຍພົວພັນຂອງສອງປະເທດ.

ໂດຍ: ຈາງຫງວຽນ