ເຂົ້າຮ່ວມພິທີມີທ່ານ ມອນຄຳ ດວງທອງລາ, ຮອງຫົວໜ້າກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ; ທ່ານ ຫງວຽນຫວຽດລອງ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກນະຄອນໂຮ່ຈີມິນ.

leftcenterrightdel
ລາຍການສະແດງສິລະປະທີ່ໜ້າປະທັບໃຈ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານນາງ ໂຮ່ທິແອງຕວຽດ, ຮອງເລຂາຜູ້ປະຈຳຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ປາດຖະໜາວ່າຜູ້ທີ່ໄດ້ຮັບການເຊີດຊູໃນມື້ນີ້ຈະສືບຕໍ່ເປັນ "ທູດມິດຕະພາບ" ໃນການຮໍ່າຮຽນ ແລະການຝຶກຝົນຫຼໍ່ຫຼອມ; ຍາມໃດກໍ່ເປັນປັດໄຈທີ່ຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບ ແລະຄວາມສະໜິດຕິດພັນຂອງປະຊາຊົນຫວຽດນາມ - ລາວ - ກຳປູເຈຍ ກວ່າອີກ, ພ້ອມກັນມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມລວມອາຊຽນ ທີ່ສັນຕິພາບ, ຮ່ວມມື ແລະພັດທະນາ.

ລາຍການເຊີດຊູນັກສຶກສາ, ນັກຮຽນລາວ ແລະກຳປູເຈຍ ທີ່ດີເດັ່ນແມ່ນກິດຈະກຳໄດ້ຈັດຕັ້ງເປັນປະຈຳປີທີ່ນອນໃນໂຄງການ "ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະກຳປູເຈຍ", ປະກອບສ່ວນສ້າງກໍາລັງໜູນ, ຄວາມໄວ້ເນື້ອເຊື່ອໃຈສຳລັບນັກສຶກສາ, ນັກຮຽນລາວ, ກຳປູເຈຍ ແລະຕິດພັນກັບນໍ້າໃຈມິດຕະພາບລະຫວ່າງຫວຽດນາມ, ລາວ, ແລະ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.

ໂດຍ: ຈາງຫງວຽນ