ຮອງລັດຖະມົນຕີການຕ່າງປະເທດ ເລແອັງຕ໊ວນ ຕ້ອນຮັບຄະນະກົມເສດຖະກິດ, ກະຊວງການຕ່າງປະເທດລາວ
ກປ.ອອນໄລ - ຕອນເຊົ້າວັນທີ 19 ທັນວາ, ຢູ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ເລແອັງຕ໊ວນ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະກົມເສດຖະກິດ, ກະຊວງການຕ່າງປະເທດລາວ ນໍາໂດຍທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ເລແອັງຕ໊ວນ ສະເໜີສອງຫົວໜ່ວຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກະຊວງການຕ່າງປະເທດ ໄລຍະ 2026-2030 ຢ່າງມີປະສິດທິຜົນ. ພິເສດ, ສອງຝ່າຍຄວນເປັນເຈົ້າການກະກຽມໃຫ້ບັນດາເຫດການການເມືອງສຳຄັນໃນປີ 2026 ແລະປີສາມັກຄີ ຫວຽດນາມ-ລາວ 2027 ກໍ່ຄືການສົມທົບກັນໃນປີທີ່ຫວຽດນາມ ຮັບດຳລົງຕຳແໜ່ງປະທານ APEC 2027.
    |
 |
|
ທ່ານ ເລແອັງຕ໊ວນ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຕີລາຄາການປະຕິບັດງານທີ່ມີຄວາມໝາຍສໍາຄັນໃນການຫັນຂໍ້ຕົກລົງຂັ້ນສູງໃຫ້ປະກົດຜົນເປັນຈິງ. ພາບ: baoquocte.vn |
ແບ່ງປັນກ່ຽວກັບກໍານົດທິດຜັນຂະຫຍາຍການທູດເສດຖະກິດຂອງຫວຽດນາມ ໃນໄລຍະພັດທະນາໃໝ່, ທ່ານຮອງລັດຖະມົນຕີ ເລແອັງຕ໊ວນ ຢືນຢັນວ່າ ຄວນເສີມຂະຫຍາຍການທູດເສດຖະກິດ, ການທູດວິທະຍາສາດເຕັກໂນໂລຢີເພື່ອສ້າງກຳລັງໜູນບຸກທະລຸໃຫ້ການເຕີບໂຕ; ສະເໜີສອງກົມເພີ່ມທະວີການແລກປ່ຽນຢ່າງແໜ້ນແຟ້ນ, ທັນການກວ່າ ເພື່ອເປັນເສນາທິການມີປະສິດທິຜົນ, ແທດຈິງ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquocte.vn |
ຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງກະຊວງການຕ່າງປະເທດຫວຽດນາມ ໄດ້ສະຫງວນໃຫ້ຄະນະ, ທ່ານ ສົມບູນ ສີຫານາດ ຢືນຢັນວ່າ ກົມເສດຖະກິດ, ກະຊວງການຕ່າງປະເທດລາວ ຈະມານະພະຍາຍາມສົມທົບກັບຄູ່ຮ່ວມມືຫວຽດນາມ ເພື່ອນໍາວຽກງານການທູດເສດຖະກິດກາຍເປັນເສົາຄໍ້ານັບມື້ນັບແໜ້ນແຟ້ນໃນການພົວພັນແບບພິເສດລະຫວ່າງສອງປະເທດ.
ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ເລແອັງຕ໊ວນ ໄດ້ຊີ້ນຳລະອຽດກ່ຽວກັບທິດທາງ ແລະຈຸດສຸມຜັນຂະຫຍາຍວຽກງານການທູດເສດຖະກິດໄລຍະ 2026-2030 ກັບກົມການທູດເສດຖະກິດ, ກະຊວງການຕ່າງປະເທດຫວຽດນາມ ແລະກົມເສດຖະກິດ, ກະຊວງການ ຕ່າງປະເທດລາວ.
ໂດຍ: ເຈິ່ນຮວ່ຽນ