ຕາງໜ້າການນໍາແຂວງໄຊສົມບູນ, ທ່ານ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງໆໄຊສົມບູນ ໄດ້ຂອບໃຈ ແລະຕີລາຄາສູງການໜູນຊ່ວຍຢ່າງແທດຈິງ, ຈິງໃຈຂອງແຂວງບັກນິງ ໃນຊຸມປີມາ; ພ້ອມທັງ ໃຫ້ຮູ້ວ່າ ທ້ອງຖິ່ນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງກ່ຽວກັບດິນແດນ, ແຮ່ທາດ ແລະການພັດທະນາກະສິກຳ, ປາດຖະໜາວ່າແຂວງບັກນິງ ຈະສືບຕໍ່ເອົາໃຈໃສ່ໜູນຊ່ວຍ, ຊ່ວຍເຫຼືອ, ແບ່ງປັນບົດຮຽນ. ທ່ານ ສະເໜີໃຫ້ວິສາຫະກິດແຂວງບັກນິງ ມາຊອກຮູ້, ຮ່ວມມືລົງທຶນກັບວິສາຫະກິດແຂວງໄຊສົມບູນ ບົນພື້ນຖານການປະຕິບັດຖືກຕາມກົດໝາຍຂອງປະເທດປະຈໍາຖິ່ນ. ແຂວງໄຊສົມບູນ ກໍ່ສະເໜີໃຫ້ເຊັນບົດບັນທຶການຮ່ວມມືລະຫວ່າງສະພາປະຊາຊົນແຂວງ ແລະກອງບັນຊາການທະຫານຂອງສອງແຂວງ.

leftcenterrightdel

ບັນດາສະຫາຍການນໍາສອງແຂວງ ໄດ້ເປັນສັກຂີພິຍານໃນພິທີລົງນາມບົດບັນທຶກການຮ່ວມມື ໄລຍະ 2026-2030. ພາບ: dangcongsan.org.vn

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຮົ່ງທາຍ ເລຂາພັກແຂວງໆບັກນິງ ໄດ້ມອບໝາຍໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງແຂວງບັກນິງ ຄົ້ນຄວ້າ,  ສົ່ງເສີມບົດບັນທຶກການຮ່ວມມືລະຫວ່າງສະພາປະຊາຊົນຂອງສອງແຂວງ. ການຮ່ວມມືລະຫວ່າງກອງບັນຊາການທະຫານຂອງສອງແຂວງ ຈະຂໍຄວາມເຫັນຂອງທະຫານເຂດ 1 ແລະກະຊວງປ້ອງກັນປະເທດ. ທ່ານ ເຊື່ອໝັ້ນວ່າການເປີດກວ້າງການຮ່ວມມືລະຫວ່າງກໍາລັງປະກອບອາວຸດຈະປະກອບສ່ວນເຂົ້າໃນການປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບແບບພິເສດ.

ບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະບັນດາຂໍ້ສະເໜີຂອງສອງແຂວງ, ຄະນະກຳມະການປະຊາຊົນແຂວງບັກນິງ ແລະຄະນະກຳມະການປົກຄອງແຂວງໄຊສົມບູນ ໄດ້ເຫັນດີເປັນເອກະພາບລົງນາມບົດບັນທຶກການຮ່ວມມື ໄລຍະ 2026-2030 ດ້ວຍບັນດາຂົງເຂດຈຸດສຸມກ່ຽວກັບ: ການກໍ່ສ້າງພັກ, ການກໍ່ສ້າງອໍານາດການປົກຄອງ; ບໍາລຸງສ້າງ ແລະການບຳລຸງສ້າງພະນັກງານ; ການໜູນຊ່ວຍພັດທະນາກະສິກຳ - ຊົນນະບົດ; ການລົງທຶນ - ການຄ້າ ແລະການພັດທະນາອຸດສາຫະກຳ; ການສຶກສາ - ບໍາລຸງສ້າງ; ສາທາລະນະສຸກ; ວັດທະນະທຳ, ຖະແຫຼງຂ່າວ, ກິລາ ແລະການທ່ອງທ່ຽວ; ການທູດປະຊາຊົນ ແລະຂົງເຂດອື່ນໆ.

ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາຜົນການຮ່ວມມືປະຈໍາປີ; ແລກປ່ຽນ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ຮັບປະກັນບັນດາເນື້ອໃນການຮ່ວມມືທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງສະດວກ, ມີປະສິດທິຜົນ; ໝາກຜົນທີ່ໄດ້ຮັບໃນປີຕໍ່ໄປຈະລື່ນກວ່າປີກ່ອນ.

ໂດຍ: ຈາງຫງວຽນ