ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນຂົງເຂດໄອຍະການ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 18-19 ທັນວາ, ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດຫວຽດນາມ ນໍາໂດຍທ່ານ ຫງວຽນຮຸຍຕ໊ຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.
ທີ່ການຕ້ອນຮັບຕ່າງໆ, ທ່ານນາຍົກລັດຖະມົນຕີລາວ ແລະທ່ານປະທານສະພາແຫ່ງຊາດລາວ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດຫວຽດນາມ ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ລາວ; ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມໃນສະພາບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ.
    |
 |
|
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຕ້ອນຮັບທ່ານ ຫງວຽນຮຸຍຕ໊ຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ເຂົ້າຢ້ຽມຂໍ່ານັບ. ພາບ: ສໍານັກຂ່າວສານຫວຽດນາມ |
ການນຳລາວ ຕີລາຄາສູງຜົນການຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການປະຊາຊົນສູງສຸດລາວ ໃນໄລຍະຜ່ານມາຢ່າງມີປະສິດທິຜົນ ແລະແທດຈິງ; ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການສົມທົບ, ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນບົດຮຽນດ້ານວິຊາການ; ພ້ອມທັງຮັກສາ ແລະເປີດກວ້າງໂຄງການຮ່ວມມືບຳລຸງສ້າງພະນັກງານ. ຝ່າຍລາວ ກໍ່ເນັ້ນໜັກວ່າ ເລື່ອງສອງອົງການສືບຕໍ່ໜູນຊ່ວຍ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນຈະປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງພື້ນຖານຕຸລາການໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຮັບໃຊ້ໃຫ້ພາລະກິດພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດຢ່າງມີປະສິດທິຜົນ.
    |
 |
|
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ຕ້ອນຮັບທ່ານ ຫງວຽນຮຸຍຕ໊ຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ເຂົ້າຢ້ຽມຂໍ່ານັບ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ ຫງວຽນຮຸຍຕ໊ຽນ ໄດ້ສະແດງຄວາມຂອບໃຈຕໍ່ບັນດາການນໍາລາວ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຄະນະ; ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ຫງວຽນຮຸຍຕ໊ຽນ ຢືນຢັນວ່າ ສອງຝ່າຍຈະສືບຕໍ່ຜັນຂະຫຍາຍບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ສົມທົບກັນຈັດຕັ້ງກອງປະຊຸມອົງການໄອຍະການບັນດາແຂວງມີເສັ້ນຊາຍແດນລວມ ຫວຽດນາມ-ລາວ ຄັ້ງທີ 8, ຄາດວ່າຈະດຳເນີນໃນປີ 2026; ສືບຕໍ່ເອົາໃຈໃສ່ ແລະໜູນຊ່ວຍແທດຈິງໃນວຽກງານບໍາລຸງສ້າງພະນັກງານ, ໃຫ້ແກ່ພະນັກງານໄອຍະການລາວ ຢູ່ຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ