ກອງບັນຊາການທະຫານຊາຍແດນແຂວງເຫງະອານ ຈັດຕັ້ງການພົບປະສອງຝ່າຍກັບກອງບັນຊາການທະຫານ 3 ແຂວງຂອງລາວ
ກປ.ອອນໄລ - ວັນທີ 26 ທັນວາ, ທີ່ແຂວງບໍລິຄຳໄຊ, ກອງບັນຊາການທະຫານຊາຍແດນແຂວງເຫງະອານ ແລະກອງບັນຊາການທະຫານແຂວງບໍລິຄຳໄຊ, ຊຽງຂວາງ ແລະ ຫົວພັນ ໄດ້ຈັດຕັ້ງການພົບປະສອງຝ່າຍເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການປົກປັກຮັກສາຊາຍແດນ.
ທີ່ການພົບປະສອງຝ່າຍ, ທັງສອງຝ່າຍໄດ້ແລກປ່ຽນ, ຕີລາຄາສະພາບການໃນໂລກ, ໃນພາກພື້ນ ແລະຢູ່ເຂດຊາຍແດນ; ໄດ້ເຫັນດີເປັນເອກະພາບໃຫ້ຂໍສັງເກດວ່າ ເຖິງແມ່ນວ່າສະພາບການຍັງມີຫຼາຍປັດໄຈທີ່ສັບສົນ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງການນໍາ, ການຊີ້ນຳຂອງພັກ, ລັດ ແລະກະຊວງປ້ອງກັນປະເທດຂອງສອງປະເທດ, ພ້ອມກັບການເປັນເຈົ້າການຂອງກຳລັງປະກອບອາວຸດທ້ອງຖິ່ນ, ຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເສັ້ນຊາຍແດນ ເຫງະອານ - ບໍລິຄໍາໄຊ, ຊຽງຂວາງ, ຫົວພັນ ໄດ້ຮັບການຮັບປະກັນ ແລະຮັກສາໄວ້.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ສອງຝ່າຍໄດ້ຕີລາຄາສູງໝາກຜົນຂອງການປະສານງານໃນປີ 2025, ພົ້ນເດັ່ນແມ່ນວຽກງານແລກປ່ຽນຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ໃຫ້ປະຊາຊົນປະຕິບັດຕາມເອກະສານນິຕິກໍາກ່ຽວກັບຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ; ການປະສານສົມທົບກັນລາດຕະເວນສອງຝ່າຍ, ການຄຸ້ມຄອງ, ການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ; ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ເປັນຕົ້ນແມ່ນອາດຊະຍາກຳຢາເສບຕິດ, ການເຂົ້າອອກເມືອງຜິດກົດໝາຍ.
ບົນຈິດໃຈແຫ່ງສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການປະສານສົມທົບກັນ, ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ; ຮັກສາການພົບປະສອງຝ່າຍປະຈຳປີ; ຍົກສູງປະສິດທິຜົນການລາດຕະເວນສອງຝ່າຍ...
ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບຈະສ້າງຕັ້ງສາຍດ່ວນລະຫວ່າງອົງການທີ່ໃຫ້ຄໍາປຶກສາ ເພື່ອແນໃສ່ແລກປ່ຽນ, ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ, ປະກອບສ່ວນເຂົ້າໃນການສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ທີ່ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.
ໂດຍ: ຈາງຫງວຽນ