ຮັດແໜ້ນການຮ່ວມມືລະຫວ່າງຊາວໜຸ່ມແຂວງເຊີນລາ ກັບສອງແຂວງອຸດົມໄຊ ແລະໄຊຍະບູລີ
ກປ.ອອນໄລ - ວັນທີ 25 ທັນວາ, ຢູ່ແຂວງເຊີນລາ, ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຄະນະຊາວໜຸ່ມແຂວງເຊີນລາ (ຫວຽດນາມ) ແລະຄະນະຜູ້ແທນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ແລະແຂວງໄຊຍະບູລີ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ບັນດາຝ່າຍໄດ້ແລກປ່ຽນ, ປຶກສາຫາລືຢ່າງກົງໄປກົງມາ, ເປີດອົກເປີດໃຈ ແລະເຫັນດີເປັນເອກະພາບສູງກ່ຽວກັບຄວາມຮັບຮູ້, ການຕັດສິນໃຈ, ກໍານົດທິດສົມທົບກັນໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ຄະນະຊາວໜຸ່ມແຂວງເຊີນລາ ກັບຄະນະຊາວໜຸ່ມແຂວງອຸດົມໄຊ ແລະໄຊຍະບູລີ ໄດ້ຕີລາຄາວ່າໃນໄລຍະຜ່ານມາ, ວຽກງານປະສານສົມທົບໄດ້ຮັບຄວາມເອົາໃຈໃສ່ນໍາພາ, ຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ, ອຳນາດການປົກຄອງທຸກຂັ້ນ; ສາຍພົວພັນສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນສືບຕໍ່ໄດ້ຮັບການປັບປຸງ; ຫຼາຍເນື້ອໃນສົມທົບກັນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ, ແຜ່ຂະຫຍາຍຢ່າງກວ້າງຂວາງໃນສະມາຊິກຊາວໜຸ່ມ, ໄວໜຸ່ມ ແລະປະຊາຊົນ.
ພ້ອມກັນນັ້ນ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາ, ເສີມຂະຫຍາຍປະສິດທິຜົນບັນດາເນື້ອໃນສົມທົບ ໄດ້ ແລະພວມໄດ້ຮັບການຜັນຂະຫຍາຍເປັນຢ່າງດີ, ເປັນຕົ້ນແມ່ນໃນຂົງເຂດໂຄສະນາ, ສຶກສາອົບຮົບມູນເຊື້ອ; ການພົບປະແລກປ່ຽນມິດຕະພາບ, ວັດທະນະທຳ; ສົມທົບກັນຈັດຕັ້ງການເຄື່ອນໄຫວອາສາສະໝັກ, ຮັບປະກັນຊີວິດສັງຄົມ; ໜູນຊ່ວຍຊາວໜຸ່ມພັດທະນາທັກສະ, ຍົກສູງກໍາລັງຄວາມສາມາດປັບຕົວກັບຄວາມຮຽກຮ້ອງຕ້ອງການໃໝ່.
    |
 |
|
ບັນດາຜູ້ແທນຖ່າຍຮູບລວມທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບການສະເໜີມາດຕະການ, ຮູບແບບ, ວິທີເຮັດແນໃສ່ຍົກສູງຄຸນນະພາບການຮ່ວມມື, ການນຳຄະນະຊາວໜຸ່ມແຂວງເຊີນລາ ແລະການນຳຄະນະຊາວໜຸ່ມແຂວງອຸດົມໄຊ ແລະໄຊຍະບູລີ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະປະສານສົມທົບກັນຢ່າງແໜ້ນແຟ້ນນັບແຕ່ຂອດສ້າງແຜນການ.
ດ້ວຍຈິດໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບຜິດຊອບ, ຄວາມຕັດສິນໃຈສູງ, ບັນດາແຂວງເຊື່ອໝັ້ນວ່າບັນດາເນື້ອໃນທີ່ເຫັນດີເປັນເອກະພາບຈະສືບຕໍ່ໄດ້ຫັນຜ່ານບັນດາໂຄງການ, ການເຄື່ອນໄຫວແທດຈິງໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ