ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຄະນະກໍາມະການປົກຄອງ, ພະແນກການຕ່າງປະເທດ, ກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດຂອງລາວ.

leftcenterrightdel
ຜູ້ແທນສອງແຂວງຂອງເພື່ອນລາວ ເຂົ້າຮ່ວມກອງປະຊຸມ. ພາບ: nhandan.vn

ເຂົ້າຮ່ວມກອງປະຊຸມ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ ແລະບັນດາຜູ້ແທນ ໄດ້ຮັບຟັງການເຜີຍແຜ່ບັນດາເນື້ອໃນຈຸດສຸມ ຄື: ເອກະສານ “ອະນຸສັນຍາ ວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ ຫວຽດນາມ-ລາວ”; “ສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງຫວຽດນາມ-ລາວ”; ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດ ຫວຽດນາມ-ລາວ; ທົບທວນຄືນວຽກງານແຮກສ່ຽວລະຫວ່າງກຸ່ມຊຸມຊົນສອງຟາກຊາຍແດນ; ກົນອຸບາຍ, ເລ່ລຽມ ແລະການເຄື່ອນໄຫວຂອງອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ຫວັງດີເພື່ອຫວັງຕ້ານທຳລາຍ ແລະແບ່ງແຍກສາຍພົວພັນລະຫວ່າງຫວຽດນາມ ແລະ ລາວ...

leftcenterrightdel
ທ່ານ ພັນເອກພິເສດ ຈິ້ງແທັງບິ່ງ ຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງກວາງຈິ ທັງເປັນຫົວໜ້າການທະຫານກອງບັນຊາການ ທະຫານຊາຍແດນແຂວງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: nhandan.vn

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານ ພັນເອກພິເສດ ຈິ້ງແທັງບິ່ງ ຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງກວາງຈິ ທັງເປັນຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງ ໄດ້ຮຽກຮ້ອງໃຫ້ຄະນະຈັດຕັ້ງ, ຜູ້ບັນຍາຍກະກຽມເນື້ອໃນ, ວິທີການນຳສະເໜີເພື່ອຮັບປະກັນໃຫ້ເຂົ້າໃຈງ່າຍ, ໃກ້ຊິດຕິດແທດກັບຕົວຈິງເພື່ອໃຫ້ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ ກໍາໄດ້ງ່າຍ.

ເນັ້ນໜັກເຖິງຈຸດປະສົງຂອງກອງປະຊຸມແມ່ນເພື່ອຍົກລະດັບຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນການປະຕິບັດກົດໝາຍ, ຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕຄວາມໝັ້ນຄົງແຫ່ງຊາດ, ທ່ານ ພັນເອກພິເສດ ຈິ້ງແທັງບິ່ງ ຫວັງວ່າ ຜ່ານກອງປະຊຸມ, ບັນດາຜູ້ແທນຈະສືບຕໍ່ເສີມຂະຫຍາຍບົດບາດສຳຄັນໃນການເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດຕາມກົດໝາຍ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປັບປຸງຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.

ໂດຍ: ໄຊຊະນະ