ລາດຕະເວນສອງຝ່າຍປົກປັກຮັກສາຊາຍແດນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22-12-1944 / 22-12-2025) ແລະວັນບຸນປ້ອງກັນຊາດທົ່ວປວງຊົນ ຄົບຮອບ 36 ປີ, ແຕ່ວັນທີ 15 ຫາວັນທີ 16 ທັນວາ, ຄ້າຍທະຫານຊາຍແດນ ຫງອກເລິມ (ກອງບັນຊາການທະຫານຊາຍແດນແຂວງເງະອານ) ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ ຈັດຕັ້ງການລາດຕະເວນສອງຝ່າຍປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ຢູ່ຫຼັກໝາຍ 454-455 ຢູ່ບໍລິເວນຕາແສງເຊີນເລິມ, ແຂວງເງະອານ.
    |
 |
|
ທະຫານຊາຍແດນແຂວງເງະອານ ສົມທົບກັບກອງບັນຊາການທະຫານແຂວງບໍລິຄໍາໄຊ ຈັດຕັ້ງການລາດຕະເວນສອງຝ່າຍ. ພາບ: ຫາຍເທື້ອງ. |
ຝ່າຍຫວຽດນາມ, ໜ່ວຍລາດຕະເວນ ນຳໂດຍ ທ່ານພັນເອກ ຟານແທງຮົ່ງ, ຫົວໜ້າຄ້າຍທະຫານຊາຍແດນ ຫງອກເລິມ; ຝ່າຍລາວ ນຳໂດຍຮ້ອຍເອກ ຄຳຟອງ ກອງຮ້ອຍທະຫານຊາຍແດນ 252 ພ້ອມດ້ວຍສະມາຊິກທັງສອງຝ່າຍເຂົ້າຮ່ວມ.
ເຖິງວ່າເງື່ອນໄຂພູມີປະເທດທຸລະກັນດານ, ສະພາບດິນຟ້າອາກາດໜາວເຢັນ, ຝົນຕົກ ກໍຕາມ ແຕ່ສອງຝ່າຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຈັດຕັ້ງການລາດຕະເວນຕາມເສັ້ນຊາຍແດນຍາວປະມານ 4 ກິໂລແມັດ, ແຕ່ຫຼັກໝາຍຊາຍແດນ 454 ຫາຫຼັກໝາຍຊາຍແດນ 455. ຜ່ານການກວດກາສະພາບຕົວຈິງເຫັນວ່າເສັ້ນຊາຍແດນແຫ່ງຊາດມີຄວາມໝັ້ນຄົງ, ລະບົບຫຼັກໝາຍຊາຍແດນຍັງຮັກສາສະພາບເດີມ ແລະບໍ່ຄົ້ນພົບການລະເມີດອະທິປະໄຕຜືນແຜ່ນດິນ, ການບຸກລຸກ, ການຕັ້ງຖິ່ນຖານທີ່ຜິດກົດໝາຍ, ການໄປມາຂ້າມຊາຍແດນຜິດກົດໝາຍ.
    |
 |
|
ຄ້າຍທະຫານຊາຍແດນ ຫງອກເລິມ ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 252. ພາບ: ຫາຍເທື້ອງ. |
ໃນການລາດຕະເວນ, ທັງສອງຝ່າຍໄດ້ຈັດພິທີເຄົາລົບທຸງທີ່ຫຼັກໝາຍຊາຍແດນ, ດໍາເນີນການຖາງຫຍ້າຕາມເສັ້ນທາງລາດຕະເວນ, ພ້ອມທັງແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ສຸມໃສ່ເຂົ້າໃນວຽກງານສະກັດກັ້ນ ແລະຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກໍາຢາເສບຕິດຂ້າມຊາຍແດນ. ການເຄື່ອນໄຫວລາດຕະເວນໄດ້ດຳເນີນໄປຕາມແຜນການ ແລະລະບຽບການ, ຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ, ນັກຮົບ, ອາວຸດ ແລະພາຫະນະຢ່າງເດັດຂາດ.
    |
 |
|
ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນສອງຕາແສງຊາຍແດນ ເຊີນເລິມ ແລະແຮ້ງເລິມ ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 252. ພາບ: ຫາຍເທື້ອງ. |
ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນ ຫງອກເລິມ ໄດ້ມອບຂອງຂວັນໃຫ້ກຳລັງປ້ອງກັນຊາຍແດນຝ່າຍລາວ; ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກ, ອໍານາດການປົກຄອງສອງຕາແສງຊາຍແດນເຊີນເລິມ ແລະແຮ້ງເລິມ ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 252, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ, ສົມທົບກັນປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຊາຍແດນ ຫວຽດນາມ-ລາວ ໄວ້ຢ່າງໝັ້ນຄົງ.
ໂດຍ: ໄຊຊະນະ