ກວາງຈິ - ຄຳມ່ວນ: ສົມທົບກັນຮັກສາຄວາມໝັ້ນຄົງຊາຍແດນ
ກປ.ອອນໄລ - ຕອນເຊົ້າວັນທີ 5 ທັນວາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບຕຳຫຼວດແຂວງຄຳມ່ວນ (ລາວ) ແລະລົງນາມໃນບົດບັນທຶກຄວາມຊ່ວຍຈໍາໃນຂົງເຂດຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະການຮ່ວມມືມິດຕະພາບລະຫວ່າງສອງແຂວງທີ່ມີຊາຍແດນຕິດກັນ.
    |
 |
|
ພິທີລົງນາມໃນບົດບັນທຶກຄວາມຊ່ວຍຈໍາໃນຂົງເຂດຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະການຮ່ວມມືມິດຕະພາບລະຫວ່າງສອງແຂວງທີ່ມີຊາຍແດນຕິດກັນ. ພາບ: baovanhoa.vn |
ໃນໄລຍະຜ່ານມາ, ກໍາລັງສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຮັກສາສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ; ແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ; ຕໍ່ສູ້ຕ້ານອາດຊະຍາກຳຢາເສບຕິດຢ່າງມີປະສິດທິຜົນ; ຕ້ານ ແລະສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ ແລະການອົບພະຍົບຢ່າງເສລີ.
ຄຽງຂ້າງກັບໜ້າທີ່ຮັກສາອະທິປະໄຕແລ້ວ, ສອງກຳລັງຍັງສົມທົບກັນ ເພື່ອຈັດຕັ້ງປະຕິບັດໂຄງການສະໜັບສະໜູນຊຸມຊົນ, ຊ່ວຍເຫຼືອປະຊາຊົນທັງສອງຟາກຊາຍແດນພັດທະນາເສດຖະກິດ-ສັງຄົມ ແລະຍົກສູງຄຸນນະພາບຊີວິດການເປັນຢູ່.
    |
 |
|
ມອບຂອງຂວັນທີ່ລະນຶກໃຫ້ກໍາລັງຕຳຫຼວດແຂວງຄຳມ່ວນ. ພາບ: baovanhoa.vn |
ທີ່ການພົບປະສອງຝ່າຍ, ຕາງໜ້າຈາກທັງສອງຝ່າຍໄດ້ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ເປັນການຮ່ວມມືດ້ານວິຊາຊີບລະຫວ່າງສອງກຳລັງເທົ່ານັ້ນ ແຕ່ຍັງເປັນການສະແດງຢ່າງມີຊີວິດຊີວາຂອງນໍ້າໃຈສາມັກຄີລະຫວ່າງຫວຽດນາມ - ລາວ, ບ່ອນທີ່ຄວາມໝັ້ນຄົງຊາຍແດນຕິດພັນກັບຄວາມ ສະຫງົບສຸກ ແລະການທໍາມາຫາກິນຂອງຫຼາຍພັນຄອບຄົວ.
ສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະລົງນາມໃນບົດບັນທຶກການພົບປະສອງຝ່າຍຄັ້ງທີ XVI (2025), ໂດຍສຸມໃສ່ການຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານ, ການສົມທົບກັນຕໍ່ສູ້, ຕ້ານອາດຊະຍາກຳທຸກປະເພດ, ຈັດຕັ້ງການຝຶກອົບຮົມວິຊາຊີບ ແລະສະໜັບສະໜູນວິສາຫະກິດ ແລະປະຊາຊົນເປີດກວ້າງການພົວພັນການຄ້າ, ສ້າງກໍາລັງແຮງພັດທະນາເສດຖະກິດລວມຂອງພາກພື້ນຊາຍແດນກວາງຈິ-ຄໍາມ່ວນ.
    |
 |
|
ຄະນະປະຕິບັດງານຂອງສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: baovanhoa.vn |
ເນື່ອງໃນໂອກາດນີ້, ຄະນະປະຕິບັດງານ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ແລະຄະນະປະຕິບັດງານ ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ໄປຢ້ຽມຢາມການນຳອໍານາດການປົກຄອງ ແລະກອງບັນຊາການທະຫານແຂວງຄຳມ່ວນ, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະນ້ຳໃຈແບ່ງປັນຕິດພັນຂອງຊຸມຊົນທັງສອງຟາກຊາຍແດນ.
ໂດຍ: ໄຊນີດາ