ເພີ່ມທະວີການຮ່ວມມືລະຫວ່າງ ແຂວງແທງຮວາ-ແຂວງຫົວພັນ
ກປ.ອອນໄລ - ຕອນບ່າຍວັນທີ 3 ທັນວາ, ທີ່ເທດສະບານຊຳເໜືອ, ແຂວງຫົວພັນ, ສປປ ລາວ, ທ່ານ ຄຳແພງ ໄຊສົມແພງ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ເຈົ້າແຂວງໆຫົວພັນ ໄດ້ຕ້ອນຮັບທ່ານ ຫງວຽນຮວ່າຍແອງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງແທງຮວາ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫົວພັນ.
ທີ່ການຕ້ອນຮັບ, ທ່ານ ຫງວຽນຮວ່າຍແອງ ແຈ້ງໃຫ້ການນໍາແຂວງຫົວພັນ ຮັບຊາບກ່ຽວກັບການພັດທະນາຂອງແຂວງແທງຮວາ ໃນໄລຍະຜ່ານມາ, ທ່ານ ຫງວຽນຮວ່າຍແອງ ໄດ້ຢືນຢັນວ່າ ບັນດາໝາກຜົນທີ່ແຂວງແທງຮວາ ບັນລຸໄດ້, ນອກຈາກຄວາມມານະພະຍາຍາມ, ເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າໃນແຂວງແທງຮວາ ເທົ່ານັ້ນ, ຫາກຍັງມີການຮ່ວມມື, ການສົມທົບ, ສະໜັບສະໜູນ ແລະການລະດົມກໍາລັງໃຈຢ່າງທັນການຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າໃນແຂວງຫົວພັນ ອີກດ້ວຍ.
    |
 |
|
ການນຳແຂວງແທງຮວາ ແລະແຂວງຫົວພັນ ມອບຂອງຂວັນທີ່ລະນຶກ. ພາບ: baothanhhoa.vn |
ທ່ານ ຫງວຽນຮວ່າຍແອງ ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງການຄວາມສະຫງົບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງທັງສອງແຂວງ; ປະກອບສ່ວນເຮັດໃຫ້ສາຍພົວພັນທີ່ຈົງຮັກພັກດີ, ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ເລິິກເຊິ່ງກວ່າອີກ.
ໃນບັນຍາກາດອັນອົບອຸ່ນທີ່ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບ, ທ່ານ ຄຳແພງ ໄຊສົມແພງ ເນັ້ນໜັກວ່າ ແຂວງຫົວພັນຈະສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນສອງແຂວງແທງຮວາ-ຫົວພັນ; ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ ໄດ້ຮັບການສ້າງຕັ້ງ ແລະເພີ່ມພູນຄູນສ້າງຈາກການນໍາພັກ, ລັດສອງປະເທດ, ຖືນີ້ເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດນາມ, ສອງແຂວງຫົວພັນ-ແຂວງແທງຮວາ.
ໂດຍ: ຈາງຫງວຽນ