ສຳເລັດການຕິດຕັ້ງກຸ່ມຮູບປັ້ນນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 / 2 ທັນວາ 2025), ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງເຂດສັນຍາລັກເພື່ອຮັບຮູ້ການຊ່ວຍເຫຼືອ, ການສະໜັບສະໜູນຂອງບັນດາປະເທດໃນສົງຄາມຕໍ່ຕ້ານ ຂອງຫວຽດນາມ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຊ້ອງ, ຫົວໜ່ວຍກໍ່ສ້າງ ໄດ້ສຳເລັດການຕິດຕັ້ງກຸ່ມຮູບປັ້ນນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ ຢູ່ເຂດວາງສະແດງສັນຍາລັກນໍ້າໃຈສາມັກຄີ, ມິດຕະພາບ ແລະຮູ້ບຸນຄຸນສາກົນ ໃນບໍລິເວນວາງສະແດງກາງແຈ້ງຂອງຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
    |
 |
|
ກຸ່ມຮູບປັ້ນນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ ເບິ່ງຈາກທາງໜ້າ. ພາບ: qdnd.vn |
ກຸ່ມຮູບປັ້ນລວມມີ 5 ຕົວລະຄອນ, ສະແດງໃຫ້ເຫັນການຮ່ວມສໍາພັນສູ້ຮົບລະຫວ່າງກອງທັບ ແລະປະຊາຊົນສອງປະເທດໃນສົງຄາມຕໍ່ຕ້ານຈັກກະພັດ, ຮ່ວມໜ້າທີ່ເປີດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ, ຮັບໃຊ້ການລໍາລຽງຂົນສົ່ງອາວຸດ, ສະບຽງອາຫານເພື່ອຊ່ວຍເຫຼືອໃຫ້ແກ່ສະໜາມຮົບພາກໃຕ້ຫວຽດນາມ. ກ່ຽວກັບໂຄງຮ່າງ ແລະເນື້ອໃນ, ຂ້າງເທິງແມ່ນສັນຍາລັກທຸງຊາດຂອງສອງປະເທດຫວຽດນາມ ແລະ ລາວ. ຢູ່ທາງໜ້າແມ່ນຮູບພາບຂອງທະຫານລາວ ແລະທະຫານຫວຽດນາມ ຄຽງບ່າຄຽງໄຫຼ່ກັນ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຕໍ່ສູ້ ແລະພ້ອມກັນຈັບມືກັນສະຫຼອງໄຊຢູ່ເທິງສາຍພູຫຼວງ. ທາງຫຼັງແມ່ນ 3 ຕົວລະຄອນ, ລວມມີປະຊາຊົນລາວ 1 ຄົນ ພວມຂົນສົ່ງລູກກະສູນ, ທະຫານຊ່າງແສງຫວຽດນາມ 1 ຄົນ ທີ່ພວມເປີດເສັ້ນທາງສາຍພູຫຼວງ ແລະກອງຫຼອນຍິງຄົນລາວ 1 ຄົນ ທີ່ຕາງໜ້າໃຫ້ກໍາລັງແມ່ຍິງ, ບ່າພາຍປືນ ກຽມພ້ອມສູ້ຮົບ, ລໍາລຽງຂົນສົ່ງສະບຽງອາຫານ, ລູກກະສູນໃຫ້ແກ່ສະໜາມຮົບ.
ກຸ່ມຮູບປັ້ນນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ ເປັນການສະແດງຄວາມຮູ້ບຸນຄຸນ ແລະຄວາມເຄົາລົບຂອງປະຊາຊົນຫວຽດນາມ ທີ່ມີຕໍ່ການປະກອບສ່ວນຂອງກອງທັບ ແລະປະຊາຊົນລາວ, ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.
ໂດຍ: ຈາງຫງວຽນ