ສານອວຍພອນວັນຊາດລາວ
ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ, ຢຶດໝັ້ນສູ້ຊົນກໍ່ສ້າງ ແລະປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ.
    |
 |
|
ທຸງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2-12-1975 / 2-12-2025), ວັນທີ 1 ທັນວາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມກັນສົ່ງສານອວຍພອນໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ.
ສານ ມີບາງຕອນລະບຸວ່າ ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ, ຢຶດໝັ້ນສູ້ຊົນກໍ່ສ້າງ ແລະປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຮງ ແລະຮອບດ້ານຕໍ່ພາລະກິດປ່ຽນແປງໃໝ່ຂອງລາວ, ມີຄວາມສະເໝີຕົ້ນສະເໝີປາຍຖືການພົວພັນກັບລາວ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງຕົນ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ