ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະລາວ
ກປ.ອອນໄລ - ຕອນຄໍໍ່າວັນທີ 30 ພະຈິກ, ທີ່ນະຄອນຫຼວງວຽງຈັນ, ໄດ້ດໍາເນີນພິທີລົງນາມຂໍ້ຕົກລົງການຮ່ວມມືລະຫວ່າງແຂວງແທງຮວາ ແລະແຂວງຫົວພັນ, ພາກເໜືອຂອງລາວ, ໄລຍະ 2026-2030.
    |
 |
|
ທ່ານ ຫງວຽນຢວານແອງ, ເລຂາພັກແຂວງແທງຮວາ, ກ່າວຄຳເຫັນທີ່ພິທີລົງນາມຂໍ້ຕົກລົງການຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ |
ເຫດການແມ່ນບາດກ້າວພັດທະນາໃໝ່, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຂງແຮງຂອງການນໍາສອງແຂວງໃນການສືບຕໍ່ນຳການພົວພັນຮ່ວມມືເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະຍືນຍົງ.
    |
 |
|
ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງຫົວພັນ ກ່າວຄຳເຫັນທີ່ພິທີລົງນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ເຫດການ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືທາງດ້ານການເມືອງ ແລະການທູດ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນຢ່າງແໜ້ນແຟ້ນໃນການຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ພິເສດແມ່ນຄວາມສະຫງົບຊາຍແດນ; ຊຸກຍູ້ການຮ່ວມມືດ້ານການຄ້າ, ການນຳເຂົ້າ-ສົ່ງອອກ, ການລົງທຶນ, ການທ່ອງທ່ຽວ; ການຮ່ວມມືໃນການປົກປ້ອງປ່າໄມ້, ການພັດທະນາກະສິກຳ ແລະປ່າໄມ້ ແລະການສ້າງຮູບແບບເສດຖະກິດໃນກະສິກຳ;...
ຕາມນັ້ນແລ້ວ, ແຂວງແທງຮວາ ໄດ້ເຫັນດີໃນການສະໜອງທຶນເພີ່ມເຕີມຈຳນວນ 53,7 ຕື້ດົ່ງໃຫ້ແກ່ແຂວງຫົວພັນ ເພື່ອສໍາເລັດການກໍ່ສ້າງສໍານັກງານຂອງຄະນະກຳມະການປະຊາຊົນເມືອງຊຳເໜືອ, ຊຳໃຕ້ ແລະວຽງໄຊ; ໜູນຊ່ວຍແຂວງຫົວພັນ ລົງທຶນກໍ່ສ້າງ 5 ໂຄງການ, ລວມມູນຄ່າທັງໝົດ 244 ຕື້ດົ່ງ.
    |
 |
|
ບັນຍາກາດທີ່ິພິທີລົງນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນຢວານແອງ ເລຂາພັກແຂວງແທງຮວາ ເຊື່ອໝັ້ນວ່າການລົງນາມຂໍ້ຕົກລົງການຮ່ວມມືໄລຍະ 2026-2030 ຈະເປີດໜ້າໃໝ່ທີ່ເຕັມໄປດ້ວຍແງ່ຫວັງໃນການພົວພັນລະຫວ່າງສອງແຂວງ, ປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.
    |
 |
|
ບັນດາຜູ້ແທນແຂວງແທງຮວາ ແລະຫົວພັນ ເຂົ້າຮ່ວມພິທີລົງນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຊຸມປີຜ່ານມາ, ສອງແຂວງ ຍາມໃດກໍ່ຮັກສາການແລກປ່ຽນຄະນະ, ສົມທົບກັນໃນການພັດທະນາເສດຖະກິດ-ສັງຄົມ, ໜູນຊ່ວຍເຊິ່ງກັນ ແລະກັນໃນການກໍ່ສ້າງພື້ນຖານໂຄງລ່າງ, ການສຶກສາ ແລະບໍາລຸງສ້າງ, ສົ່ງເສີມສຸຂະພາບ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຮ່ວມມືຊາຍແດນ. ໝາກຜົນດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍແທດຈິງເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດ ແລະບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ ແລະລາວ ອີກດ້ວຍ.
ໂດຍ: ໄຊນີດາ