ທ່ານ ເລກວາງລອງ ໄດ້ສົ່ງພອນໄຊອັນປະເສີດມາຍັງທ່ານເອກອັກຄະລັດຖະທູດລາວ ວັນທາ ແສງເມືອງ ແລະພະນັກງານ, ພາລະກອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

leftcenterrightdel
ທ່ານ ເລກວາງລອງ ມອບຊໍ່ດອກໄມ້ອວຍພອນທ່ານເອກອັກຄະລັດຖະທູດ  ວັນທາ ແສງເມືອງ ແລະພະນັກງານ, ພາລະກອນສະຖານທູດລາວ. ພາບ: ສະຖານທູດຫວຽດນາມ ປະຈຳ ກູບາ

ເນັ້ນໜັກວ່າ, ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ເປັນຊັບສົມບັດອັນລໍ້າຄ່າ, ເປັນສັນຍາລັກທີ່ຫາຍາກໃນປະຫວັດສາດການພົວພັນສາກົນ ແລະຈະໄດ້ຮັບການຮັກສາ, ເສີມຂະຫຍາຍຈາກລຸ້ນຕ່າງໆ, ທ່ານ ເລກວາງລອງ ເຊື່ອໝັ້ນວ່າ ສາຍພົວພັນສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດຈະສືບຕໍ່ພັດທະນາຢ່າງເລິກເຊິ່ງກວ່າໃນໄລຍະຈະມາເຖິງ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ຕາງໜ້າພັກ, ລັດ ແລະປະຊາຊົນລາວ, ທ່ານ ວັນທາ ແສງເມືອງ ເອກອັກຄະລັດຖະທູດລາວ  ປະຈໍາ ກູບາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານເອກອັກຄະລັດຖະທູດ ເລກວາງລອງ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ກູບາ; ຢືນຢັນວ່າ, ບັນດາຂີດໝາຍສະເຫຼີມສະຫຼອງໃຫຍ່ໃນປີ 2025 ແມ່ນໂອກາດເພື່ອໃຫ້ສອງປະເທດຫວນຄືນເສັ້ນທາງແຫ່ງຄວາມສາມັກຄີ, ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຍາດເອົາເອກະລາດ, ກໍ່ຄືໃນກິດຈະການສ້າງສາປະເທດຊາດໃນປະຈຸບັນ.

ການຢ້ຽມຢາມຄັ້ງນີ້ໄດ້ປະກອບສ່ວນປັບປຸງຄວາມສາມັກຄີລະຫວ່າງຫວຽດນາມ-ລາວ ຢູ່ ກູບາ ແລະສືບຕໍ່ຢືນຢັນຄວາມຕັດສິນໃຈຂອງສອງຝ່າຍໃນການເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານໃນໄລຍະໃໝ່ເລິກເຊິ່ງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ