ແມ່ທັບນ້ອຍ 11 ປະກອບສ່ວນແທດຈິງເຂົ້າໃນສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ
ກປ.ອອນໄລ - ຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ຄະນະພະນັກງານຂັ້ນຍຸດທະສາດຂອງພັກປະຊາຊົນປະຕິວັດລາວ ໄດ້ໄປຢ້ຽມຢາມແມ່ທັບນ້ອຍ 11.
ກ່າວຄຳເຫັນທີ່ການພົບປະ, ທ່ານພົນຈັດຕະວາ ຫງວຽນຫງອກຢູງ, ຜູ້ບັນຊາການແມ່ທັບນ້ອຍ 11 ເນັ້ນໜັກວ່າ ດ້ວຍປະຫວັດສາດກວ່າ 43 ປີແຫ່ງການກໍ່ສ້າງ ແລະພັດທະນາ, ແມ່ທັບນ້ອຍ 11 ມີຄວາມເອກອ້າງທະນົງໃຈແມ່ນໜຶ່ງໃນບັນດາວິສາຫະກິດແຖວໜ້າໃນຂະແໜງກໍ່ສ້າງ, ມີປະຫວັດຄວາມເປັນມາແຕ່ດົນນານ ແລະປະສົບການໃນການຄຸ້ມຄອງ, ຈັດຕັ້ງ, ບໍລິຫານ, ລົງມືກໍ່ສ້າງບັນດາໂຄງການ, ກິດຈະກໍາຈຸດສຸມ, ຮຽກຮ້ອງໃຫ້ມີເຕັກນິກ, ຄວາມງາມສູງຂອງກອງທັບ ແລະລັດ...
ຢູ່ລາວ, ແມ່ທັບນ້ອຍ 11 ຍັງໄດ້ສ້າງຕັ້ງບໍລິສັດແທັ່ງອານ 11 ຈໍາກັດຜູ້ດຽວ, ດ້ວຍໜ້າທີ່ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນຢູ່ບໍລິເວນທີ່ກົມກອງຕັ້ງທັບ, ເພີ່ມພູນຄູນສ້າງ ແລະກໍ່ສ້າງນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ-ລາວ.
    |
 |
|
ທ່ານພົນຈັດຕະວາ ຫງວຽນຫງອກຢູງ ຜູ້ບັນຊາການແມ່ທັບນ້ອຍ 11 ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn |
ທາງແມ່ທັບນ້ອຍ 11 ໄດ້ຜັນຂະຫຍາຍການລົງມືກໍ່ສ້າງ ແລະປະຕິບັດສຳເລັດຫຼາຍກິດຈະກໍາພິເສດ ຢູ່ລາວ ຄື: ຫໍສະພາແຫ່ງຊາດລາວ ຫຼັງໃໝ່, ສວນສາທາລະນະມິດຕະພາບລາວ-ຫວຽດນາມ; ກຸ່ມບ້ານນ້ຳຮາງ (ແຂວງຜົ້ງສາລີ); ໂຮງຮຽນວັດທະນະທຳຊົນເຜົ່າ ຂອງກົມໃຫຍ່ການເມືອງກອງທັບປະຊາຊົນລາວ; ສາງອາວຸດ ຢູ່ແຂວງຊຽງຂວາງຂອງກົມຄຸ້ມຄອງອາວຸດ-ກະສູນ.
ນອກຈາກບັນດາກິດຈະກໍາກໍ່ສ້າງສໍາເລັດແລ້ວ, ແມ່ທັບນ້ອຍ 11 ພວມຜັນຂະຫຍາຍຫຼາຍໂຄງການອື່ນອີກ ຢູ່ລາວ, ປະກອບສ່ວນສ້າງວຽກເຮັດງານທຳ ແລະລາຍຮັບໃຫ້ແກ່ປະຊາຊົນລາວ; ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ ແລະເປີດກວ້າງຕະຫຼາດຢູ່ລາວ, ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງຫວຽດນາມ-ລາວ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ໂດຍຕາງໜ້າໃຫ້ຄະນະພະນັກງານຂັ້ນຍຸດທະສາດຂອງພັກປະຊາຊົນປະຕິວັດລາວ, ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງສາລະວັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງແມ່ທັບນ້ອຍ 11 ແລະຂໍ້ມູນຂ່າວສານອັນລ້ຳຄ່າ ທີ່ແມ່ທັບນ້ອຍ 11 ໄດ້ແບ່ງປັນໃນການເຮັດວຽກຄັ້ງນີ້, ຖືນີ້ແມ່ນບົດຮຽນອັນລ້ຳຄ່າ ແລະຈະໝູນໃຊ້ເຂົ້າໃນການສ້າງສາ ແລະປົກປັກຮັກສາປະເທດລາວໃນຕົວຈິງ; ຢືນຢັນຈະສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.
ໂດຍ: ທູຈາງ