ເຂົ້າຮ່ວມເຫດການມີທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ; ພ້ອມດ້ວຍພະນັກງານ, ນັກຮົບກອງທັບປະຊາຊົນລາວ, ປະຊາຄົມຊາວຫວຽດນາມ ແລະປະຊາຊົນລາວເປັນຈໍານວນຫຼວງຫຼາຍ.

leftcenterrightdel
ລາຍການສະແດງສິລະປະບໍ່ພຽງແຕ່ແມ່ນກິດຈະກຳດ້ານວັດທະນະທໍາເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດອີກດ້ວຍ. ພາບ: ສໍານັກຂ່າວສານຫວຽດນາມ

ລາຍການໄດ້ນຳມາໃຫ້ຜູ້ຊົມບັນດາລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳຫວຽດນາມ, ສົມທົບກັບສຽງທີ່ຄຸ້ນເຄີຍຂອງດິນແດນລ້ານຊ້າງ. ບັນດາບົດເພງ, ວາດຟ້ອນໂດຍນັກສິລະປິນ-ນັກຮົບ ສະແດງ ຄືດັ່ງການສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ສົ່ງເຖິງປະຊາຊົນລາວອ້າຍນ້ອງ, ພ້ອມທັງແມ່ນຂໍອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 50 ປີ.

ສຽງຕົບມືທີ່ຟົດຟື້ນຈາກຜູ້ຊົມໄດ້ຕໍ່ກຳລັງແຮງ ແລະສ້າງແຮງບັນດານໃຈແກ່ບັນດານັກສິລະປິນ, ພ້ອມກັນນັ້ນກາຍເປັນພະຍານຫຼັກຖານສະແດງໃຫ້ເຫັນຄວາມສະໜິດສະໜົມລະຫວ່າງສອງປະເທດຫວຽດນາມ - ລາວ.

leftcenterrightdel
ບັນດາລາຍການສະແດງສິລະປະເປັນພະຍານຫຼັກຖານຢ່າງມີຊີວິດຊີວາ ໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດຫວຽດນາມ ແລະ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ສີວິໄຊ ທັມມະລັງສີ, ພະນັກງານບຳນານ ຢູ່ນະຄອນຫຼວງວຽງຈັນ ຮູ້ສຶກດີໃຈຫຼາຍເມື່ອໄດ້ຮັບຊົມລາຍການທີ່ເປັນເອກະລັກສະເພາະຂອງບັນດານັກສິລະປິນຫວຽດນາມ. ທ່ານນາງໄດ້ສະແດງຄວາມປະທັບເມື່ອເຫັນວ່າບັນດານັກຮ້ອງ, ນັກສິລະປິນຂອງຫວຽດນາມ ໄດ້ຮ້ອງເພງກ່ຽວກັບປະເທດລາວທີ່ດີ ແລະສົ່ງອາລົມ, ພ້ອມທັງອວຍພອນໃຫ້ສາຍພົວພັນສາມັກຄີລະຫວ່າງ ລາວ - ຫວຽດນາມ ນັບມື້ນັບສະໜິດຕິດແໜ້ນກວ່າອີກ.

leftcenterrightdel
ສຽງຕົບມືຢ່າງຟົດຟື້ນຈາກຜູ້ຊົມໄດ້ສ້າງກຳລັງແຮງແກ່ບັນດານັກສິລະປິນ, ພ້ອມທັງໄດ້ກາຍເປັນພະຍານຫຼັກຖານສະແດງໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພັນເອກພິເສດ, ນັກສິລະປິນປະຊາຊົນ ເຢືອງທິກິມເງິນ, ພະນັກງານການເມືອງຄະນະສິລະປະກອນທະຫານເຂດ 1 ໃຫ້ຮູ້ວ່າ ທ່ານນາງພ້ອມດ້ວຍບັນດານັກສະແດງ, ນັກສິລະປິນໃນຄະນະ ມີຄວາມພາກພູມໃຈທີ່ສຸດເມື່ອໄດ້ສະແດງຢູ່ລາວ ໃນໂອກາດພິເສດນີ້. ໃນໂອກາດນີ້, ຄະນະສິລະປະກອນທະຫານເຂດ 1 ໄດ້ນຳເອົາບັນດາບົດເພງດີເດັ່ນຂອງຫວຽດນາມ ເພື່ອສະແດງ. ນອກຈາກນັ້ນ, ຄະນະຍັງໄດ້ສະແດງບົດເພງພື້ນເມືອງຂອງລາວ ເພື່ອສ້າງຄວາມກົມກຽວດ້ານຈິດໃຈ. ຈາກການແຕ່ງຈົນເຖິງການຈັດຕັ້ງ, ທຸກໆລາຍການລ້ວນແຕ່ສະແດງໃຫ້ເຫັນຄວາມສາມັກຄີລະຫວ່າງຫວຽດນາມ - ລາວ  ແລະ ສົ່ງຄໍາອວຍພອນໃຫ້ປະເທດລາວ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ປະສົບຜົນສໍາເລັດ, ອວຍພອນໃຫ້ນໍ້າໃຈມິດຕະພາບຫວຽດນາມ - ລາວ ຂຽວສົດງົດງາມ ໝັ້ນຄົງຂະໜົງເແກ່ນໄປຊົ່ວກາລະນານ.

ໂດຍ: ທູຈາງ