ຫວຽດນາມ ຮ່ວມເດີນທາງໃນໄລຍະ 50 ປີແຫ່ງການກໍ່ສ້າງ ແລະພັດທະນາຂອງປະເທດລາວ
ກປ.ອອນໄລ - ຕອນບ່າຍວັນທີ 21 ພະຈິກ, ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ນະຄອນຫຼວງວຽງຈັນ, ຄະນະພັກສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງການໂອ້ລົມຫົວເລື່ອງສະເພາະ “ຜົນງານ 50 ປີແຫ່ງວັນສ້າງສາ ແລະພັດທະນາຂອງປະເທດລາວ”, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2-12-1975 / 2-12-2025).
ທີ່ການໂອ້ລົມ, ສະຫາຍ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຢືນຢັນວ່າ ໃນຕະຫຼອດວິວັດການຕໍ່ສູ້, ປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດລາວ ຍາມໃດກໍ່ໄດ້ຮັບການໜູນຊ່ວຍອັນລ້ຳຄ່າຈາກເພື່ອນມິດສາກົນ, ພິເສດແມ່ນ ຫວຽດນາມ-ສະຫາຍ, ອ້າຍນ້ອງຍາມໃດກໍ່ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່.
    |
 |
|
ທຸງຊາດຫວຽດນາມ ແລະທຸງຊາດລາວ. ພາບ: Vietnam+ |
ສາຍພົວພັນແບບພິເສດດັ່ງກ່າວ ໂດຍປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ວາງພື້ນຖານ ແລະໄດ້ການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດເພີ່ມພູນຄູນສ້າງ, ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ.
ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເພື່ອພະນັກງານ, ສະມາຊິກພັກ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ເຂົ້າໃຈກ່ຽວກັບປະຫວັດສາດສ້າງຕັ້ງ ແລະຜົນງານອັນໃຫຍ່ຫຼວງທີ່ລາວ ບັນລຸໄດ້ໃນ 50 ປີຜ່ານມາ. ຜ່ານນັ້ນ, ຫວຽດນາມ ແຕ່ລະຄົນທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ລາວ ລ້ວນແຕ່ມີຄວາມເຄົາລົບ, ເອກອ້າງທະນົງໃຈ ແລະມີຄວາມຮັບຜິດຊອບໃນການຮັກສາ, ປັບປຸງນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ.
ການໂອ້ລົມໄດ້ປະກອບສ່ວນແຜ່ຂະຫຍາຍຈິດໃຈມິດຕະພາບ, ຢືນຢັນຄວາມສຳຄັນຂອງການສືບຕໍ່ຮັກສາ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານທີ່ດີງາມລະຫວ່າງສອງປະເທດ ຫວຽດນາມ-ລາວ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ ກໍ່ຄືຂອງພາກພື້ນ.
ໂດຍ: ເຈິ່ນຮວ່ຽນ