leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baothainguyen.vn

ທີ່ການເຮັດວຽກ, ສະຫາຍ ຫງວຽນແທັງບີ່ງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສາຍພົວພັນຮ່ວມມືລະຫວ່າງແຂວງທ໊າຍງວຽນ ກັບບັນດາແຂວງຂອງລາວ ໃນນັ້ນມີແຂວງຫົວພັນ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ບົນພື້ນຖານໝາກຜົນບັນດາການປະຕິບັດງານເມື່ອກ່ອນ ແລະຈິດໃຈຮ່ວມມື,  ພັດທະນາ, ແຂວງທ໊າຍງວຽນ ປາດຖະໜາຢາກໂຄງການຮ່ວມມືຂອງສອງທ້ອງຖິ່ນໃນໄລຍະຈະມາເຖິງ ຈະຊ່ວຍໃຫ້ແຂວງທ໊າຍງວຽນ ແລະແຂວງຫົວພັນ ສະໜິດຕິດພັນກັບກັນກວ່າອີກ; ປະກອບສ່ວນແທດຈິງກວ່າໃຫ້ນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ແລະທ໊າຍງວຽນ-ຫົວພັນ.

leftcenterrightdel
ການນຳແຂວງຫົວພັນ ມອບຂອງທີ່ລະນຶກໃຫ້ຄະນະປະຕິບັດງານຂອງແຂວງທ໊າຍງວຽນ. ພາບ: baothainguyen.vn

ຕາມນັ້ນແລ້ວ, ບົນພື້ນຖານການແລກປ່ຽນ, ແບ່ງປັນປະສົບການ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ, ແລກປ່ຽນກ່ຽວກັບທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງແຕ່ລະແຂວງ, ທີ່ການເຮັດວຽກ, ການນຳສອງທ້ອງຖິ່ນໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມື, ດ້ວຍບາງເນື້ອໃນເຫັນດີ, ຈຸດສຸມ ລວມມີ: ແຈ້ງໃຫ້ກັນຊາບກ່ຽວກັບປະສົບການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ສະພາບການພັດທະນາເສດຖະກິດ-ສັງຄົມເປັນປະຈໍາ, ຈາກນັ້ນຍົກອອກບັນດາໂຄງການຮ່ວມມືທີ່ເໝາະສົມເພື່ອພ້ອມກັນພັດທະນາ.

ຕາງໜ້າໃຫ້ອຳນາດການປົກຄອງແຂວງຫົວພັນ, ສະຫາຍ ພຸດພັນ ແກ້ວວົງໄຊ, ເລຂາພັກແຂວງ,  ຮອງເຈົ້າແຂວງຫົວພັນ ຢືນຢັນວ່າ ບົດບັນທຶກຊ່ວຍຈຳການຮ່ວມມືແມ່ນພື້ນຖານເພື່ອສືບຕໍ່ຮັດແໜ້ນນໍ້າໃຈມິດຕະພາບ, ສາຍພົວພັນອ້າຍນ້ອງແບບຍືນຍົງ, ເພີ່ມທະວີຊຸກຍູ້ການລົງທຶນ, ດຳເນີນທຸລະກິດ, ການຄ້າ, ການສົ່ງອອກ, ນໍາເຂົ້າ, ບຳລຸງສ້າງຊັບພະຍາກອນມະນຸດ... ພ້ອມທັງເຊື່ອໝັ້ນວ່າສາຍພົວພັນຮ່ວມມືຮອບດ້ານຂອງສອງແຂວງ ຈະປະກອບສ່ວນຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ; ນໍ້າໃຈມິດຕະພາບ ທ໊າຍງວຽນ-ຫົວພັນ ນັບມື້ນັບແໜ້ນແຟ້ນ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ເຈິ່ນຮວ່ຽນ