ພາຍຫຼັງສັງເກດການສະແດງຂອງບັນດາກຳລັງທີ່ການກວດຜ່ານ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຕີລາຄາວ່າວຽກງານກະກຽມໃຫ້ພິທີເປີດໄດ້ດໍາເນີນຢ່າງຄົບຊຸດ, ລອບຄອບຖີ່ຖ້ວນຈາກກຳລັງ, ພາຫະນະ, ອຸປະກອນສະແດງ ຕະຫຼອດຮອດເນື້ອໃນແຜນການ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຖອດຖອນບົດຮຽນກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານຈັດຕັ້ງ, ຕ້ອນຮັບ. ພາບ: ຫງອັກທື

ຍ້ອງຍໍຊົມເຊີຍບັນດາພະນັກງານ, ນັກຮົບ, ນັກສິລະປິນ, ນັກຮ້ອງ, ພ້ອມດ້ວຍບັນດາອົງການ, ກົມກອງເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນນໍາມາເຊິ່ງໝາກຜົນອັນດີງາມ ແລະປະສົບຜົນສໍາເລັດໃຫ້ແກ່ການກວດຜ່ານ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ໄດ້ຖອດຖອນບົດຮຽນໃຫ້ບັນດາອົງການ, ກົມກອງກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານຈັດຕັ້ງ, ຕ້ອນຮັບ, ຮັບປະກັນຄວາມໝັ້ນຄົງ, ປອດໄພ... ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ສະເໜີວ່າ ບັນດາກໍາລັງຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ກວດກາຄືນວຽກງານກະກຽມສຸດທ້າຍໃນທຸກດ້ານເພື່ອໃຫ້ພິທີເປີດງານຕະຫຼາດນັດໄດ້ດໍາເນີນໄປດ້ວຍຜົນສຳເລັດ.

leftcenterrightdel
ສະຖານທີ່ວັດທະນະທໍາຫວຽດນາມ ໄດ້ວາງສະແດງຢູ່ງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ແລະເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025. ພາບ: ຫງອັກທື

ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ໄດ້ລົງກວດກາວຽກງານກະກຽມຢູ່ບັນດາຮ້ານວາງສະແດງຂອງງານຕະຫຼາດນັດ; ລະດົມກຳລັງໃຈ, ສົ່ງເສີມຖັນແຖວພະນັກງານ, ພາລະກອນ, ນັກເຕັກນິກຢູ່ບັນດາຮ້ານວາງສະແດງ.

ງານຕະຫຼາດນັດ ເຊື່ອມຈອດການພົວພັນການຄ້າ ແລະເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025 ຈະໄດ້ຈັດຕັ້ງແຕ່ວັນທີ 20 ຫາວັນທີ 23 ພະຈິກ, ຈຸດພົ້ນເດັ່ນແມ່ນພິທີເປີດ ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 20 ພະຈິກ, ດ້ວຍບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະທີ່ເຕັມໄປດ້ວຍສີສັນວັດທະນະທໍາຂອງສອງປະເທດ. ງານຕະຫຼາດນັດແມ່ນເຫດການທີ່ມີຄວາມໝາຍແທດຈິງແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຄ້າສອງຝ່າຍ ແລະເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດເລິກເຊິ່ງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ