ທີ່ລາຍການ, ບັນດາຜູ້ແທນ ແລະໄວໜຸ່ມນະຄອນໂຮ່ຈີມິນ ແລະນັກສຶກສາລາວ ໄດ້ຫວນຄືນມູນເຊື້ອສາມັກຄີມິດຕະພາບ, ອາລົມຈິດສອງປະເທດອ້າຍນ້ອງ ຫວຽດນາມ-ລາວ ໄດ້ເພີ່ມພູນຄູນສ້າງແຕ່ຊຸມປີເດືອນຕໍ່ສູ້ຕ້ານສັດຕູຮຸກຮານ. ຍ້ອນຄວາມສາມັກຄີ ແລະຄວາມຜູກພັນຢ່າງໃກ້ຊິດຂອງທະຫານ ແລະປະຊາຊົນສອງປະເທດ, ພ້ອມກັນໄດ້ຮັບໄຊຊະນະຢ່າງໃຫຍ່ຫຼວງຕໍ່ປະເທດລ່າເມືອງຂຶ້ນ ແລະຈັກກະພັດ, ຍາດໄດ້ເອກະລາດ, ຄວາມເສລີພາບໃຫ້ສອງຊາດ.

leftcenterrightdel
ລາຍການສະແດງສິລະປະທີ່ເປັນມູນເຊື້ອຂອງປະເທດເພື່ອນລາວ. ພາບ: ຮົ່ງຢາງ
leftcenterrightdel
ບັນດາຮ້ານວາງສະແດງແນະນໍາເຍື່ອງອາຫານລາວ ຢູ່ເຫດການ. ພາບ: ຮົ່ງຢາງ
leftcenterrightdel
ຄະນະຈັດຕັ້ງ ມອບຂອງຂວັນໃຫ້ນັກສຶກສາລາວ. ພາບ: ຮົ່ງຢາງ

ທີ່ລາຍການພົບປະແລກປ່ຽນ, ບັນດາຜູ້ແທນໄດ້ຊົມລາຍການສະແດງສິລະປະພິເສດລະຫວ່າງນັກສຶກສາລາວ ແລະໄວໜຸ່ມຂອງຕາແສງຊວນຮວ່າ. ໃນຂອບເຂດລາຍການ, ໄດ້ດໍາເນີນການແຂ່ງຂັນແລ່ນ “ເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ-ລາວ” ໂດຍມີນັກກິລາຫຼາຍກວ່າ 400 ຄົນ ເຊິ່ງແມ່ນນັກສຶກສາລາວ, ພະນັກງານ, ສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມ ແລະປະຊາຊົນຕາແສງຊວນຮວ່າ ເຂົ້າຮ່ວມ.

leftcenterrightdel
ບັນດານັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນແລ່ນ. ພາບ: ຮົ່ງຢາງ
leftcenterrightdel
ຄະນະຈັດຕັ້ງ ມອບຂອງຂວັນໃຫ້ນັກກິລາດີເດັ່ນ. ພາບ: ຮົ່ງຢາງ

ໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ແກ່ນັກສຶກສາລາວ ທີ່ມີຜົນງານດີເດັ່ນ; ປຸກລະດົມການບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນເຂດນໍ້າຖ້ວມ. ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຕາແສງຊວນຮວ່າ, ນະຄອນໂຮ່ຈີມິນ ລົງນາມກັບບໍລິສັດຈໍາກັດການຄ້າບໍລິການ ເມີຍເມີຍ ຜັນຂະຫຍາຍລາຍການ “ຮ້ານວາງສະແດງລາຄາກັນເອງ” ໃຫ້ສະມາຊິກຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຕາແສງຊວນຮວ່າ ແລະປະຊາຊົນ, ປະຕິບັດການເຄື່ອນໄຫວສະຫວັດດີການສັງຄົມຢູ່ບໍລິເວນຕາແສງ.

ໂດຍ: ໄຊນີດາ