ເພີ່ມທະວີການຮ່ວມມື ແລະເປີດກວ້າງການເຊື່ອມຈອດ logistics ລະຫວ່າງຫວຽດນາມ - ລາວ
ກປ.ອອນໄລ - ໃນຂອບເຂດງານຕະຫຼາດນັດ ເຊື່ອມຈອດການພົວພັນການຄ້າ ແລະເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025, ຕອນບ່າຍວັນທີ 20 ພະຈິກ, ທີ່ນະຄອນຫຼວງວຽງຈັນ, ແມ່ທັບນ້ອຍ 20, ບໍລິສັດໃຫຍ່ ເຕິນກາງໄຊງ່ອນ ແລະບໍລິສັດລາວ - Asia Telecom ໄດ້ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືຍຸດທະສາດໃນຂົງເຂດ logistics.
ເຫດການດັ່ງກ່າວປະກອບສ່ວນຊຸກຍູ້ລະບົບຕ່ອງໂສ້ສະໜອງຂ້າມຊາຍແດນ ແລະປັບປຸງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ຂຶ້ນຕື່ມ.
    |
 |
|
ບັນດາຜູ້ແທນເຂົ້າຮ່ວມ ແລະເປັນສັກຂີພິຍານພິທີລົງນາມ. ພາບ: qdnd.vn |
    |
 |
|
ທ່ານພັນເອກພິເສດ ບຸ່ຍວັນກຸ່ຍ, ຮອງຜູ້ບັນຊາການແມ່ທັບນ້ອຍ 20, ຮອງຜູ້ອຳນວຍການບໍລິສັດໃຫຍ່ເຕິນກາງໄຊງ່ອນ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn |
ທ່ານພັນເອກພິເສດ ບຸ່ຍວັນກຸ່ຍ, ຮອງຜູ້ບັນຊາການແມ່ທັບນ້ອຍ 20, ຮອງຜູ້ອຳນວຍການບໍລິສັດໃຫຍ່ເຕິນກາງໄຊງ່ອນ ແລ້ວ, ບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມແມ່ນໝາກຜົນຂອງວິວັດການແລກປ່ຽນຢ່າງເຂັ້ມງວດ, ແໜ້ນແຟ້ນ ແລະພ້ອມກັນກໍານົດວິໄວທັດຮ່ວມ, ນັ້ນແມ່ນ ສ້າງຕັ້ງຮູບແບບຮ່ວມມືຂຸດຄົ້ນທ່າກໍາປັ່ນຢ່າງມີປະສິດທິຜົນ, ແບ່ງປັນແຫຼ່ງກໍາລັງ ແລະເພີ່ມຄວາມສາມາດທີ່ມີຢູ່ແລ້ວຂອງບັນດາຝ່າຍໃຫ້ຫຼາຍທີ່ສຸດ, ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ໃນຂົງເຂດ logistics ແລະການບໍລິການພະລາທິການທີ່ຕິດພັນກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ຍົກສູງກໍາລັງຄວາມສາມາດໃນການແກ່ງແຍ້ງຂອງລະບົບຕ່ອງໂສ້ການສະໜອງຢູ່ເຂດຊາຍແດນລະຫວ່າງສອງປະເທດຫວຽດນາມ - ລາວ.
    |
 |
|
ບໍລິສັດໃຫຍ່ ເຕິນກາງໄຊງ່ອນ ແລະບໍລິສັດລາວ-Asia Telecom ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືຍຸດທະສາດໃນຂົງເຂດ logistics. ພາບ: qdnd.vn |
ຕາມເນື້ອໃນບົດບັນທຶກຊ່ວຍຈໍາ ແລ້ວ, ທັງສອງຝ່າຍຈະຮ່ວມມືໃນວຽກງານບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ແກ່ຂະແໜງ logistics ແລະການບໍລິຫານຂຸດຄົ້ນ; ສົມທົບກັນໃນການສະໜອງ ແລະແລກປ່ຽນມາດຕະການໃຫ້ຄຳປຶກສາດ້ານວິຊາສະເພາະກ່ຽວກັບການອອກແບບ, ການຈັດຕັ້ງກົງຈັກການບໍລິຫານ, ຂັ້ນຕອນບໍລິຫານຂຸດຄົ້ນທ່າກໍາປັ່ນ. ນອກຈາກນັ້ນ, ທັງສອງຝ່າຍຈະແລກປ່ຽນບົດຮຽນຕົວຈິງໃນການໝູນໃຊ້ເຕັກໂນໂລຊີ ແລະມາດຕະຖານສາກົນເຂົ້າໃນການບໍລິຫານຂຸດຄົ້ນທ່າກໍາປັ່ນ.
    |
 |
|
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn |
ເນື້ອໃນບົດບັນທຶກຊ່ວຍຈໍາ ຍັງໄດ້ລະບຸຢ່າງຈະແຈ້ງວ່າ ທັງສອງຝ່າຍຈະສົມທົບກັນຄົ້ນຄວ້າບັນດາຮູບແບບ logistics ສະສົມ ເພື່ອເຊື່ອມຈອດທ່າກໍາປັ່ນ, ທ່າເຮືອແຫ້ງ, ສູນແຈກຢາຍ ແລະເຄືອຂ່າຍຂົນສົ່ງທັງພາຍໃນ ແລະສາກົນຢ່າງມີປະສິດທິຜົນ, ພິເສດແມ່ນລຽບຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ; ຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕັ້ງບໍລິສັດຮ່ວມທຸລະກິດ ຫຼື ຮູບການຮ່ວມມືລົງທຶນອື່ນໆ ເພື່ອຜັນຂະຫຍາຍໂຄງການ logistic ຕາເວັນອອກ-ຕາເວັນຕົກ ເພື່ອສະໜອງການບໍລິການ logistic ສາກົນ ລະຫວ່າງໄທ-ລາວ-ຫວຽດນາມ.
ໂດຍ: ໄຊນີດາ