ທ່ານນາງ ຫງວຽນທິຫງວຽດ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຕ້ອນຮັບຄະນະ.

ທີ່ການພົບປະ, ທ່ານ ສຸພັນ ຫາດາວເຮືອງ ໄດ້ຕີລາຄາສູງຕໍ່ການສົມທົບກັນຢ່າງແໜ້ນແຟ້ນ ແລະຄວາມມານະພະຍາຍາມຂອງແຂວງຮ່າຕິ້ງ ໃນການຮັກສາ, ເປີດກວ້າງສາຍພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນໄລຍະຜ່ານມາ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baohatinh.vn

ທ່ານ ສຸພັນ ຫາດາວເຮືອງ ກໍຂອບໃຈການນຳພັກ, ລັດ, ແລະທ້ອງຖິ່ນຕ່າງໆ, ໃນນັ້ນມີແຂວງ ຮ່າຕິ້ງ, ທີ່ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ທ່ານ ສຳເລັດໜ້າທີ່ຂອງຕົນ. ພ້ອມທັງ ຢືນຢັນວ່າ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການປັບປຸງ ແລະຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ເວົ້າລວມ ແລະລະຫວ່າງແຂວງຮ່າຕິ້ງ ແລະບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິຫງວຽດ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຊົມເຊີຍທ່ານ ສຸພັນ ຫາດາວເຮືອງ ທີ່ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນ ແລະພັດທະນາຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ທ່ານນາງ ຫງວຽນທິຫງວຽດ ຫວັງວ່າ ໃນຖານະຕຳແໜ່ງໃໝ່ຂອງທ່ານ, ທ່ານ ສຸພັນ ຫາດາວເຮືອງ ຈະສືບຕໍ່ເອົາໃຈໃສ່, ປະກອບສ່ວນເພື່ອໃຫ້ສາຍພົວພັນ ຫວຽດນາມ - ລາວ ກໍ່ຄືລະຫວ່າງແຂວງຮ່າຕິ້ງ ແລະບັນດາທ້ອງຖິ່ນຂອງລາວ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ຈາງຫງວຽນ