ດ້ວຍເນື້ອໃນທີ່ອຸດົມສົມບູນ ແລະຫຼາກຫຼາຍ, ງານຕະຫຼາດນັດໄດ້ນຳມາເຊິ່ງປະສິດທິຜົນ ແລະໝາກຜົນທີ່ຕັ້ງໜ້າ, ດຶງດູດບັນດາອົງການ, ກົມກອງ, ວິສາຫະກິດ ແລະປະຊາຊົນສອງປະເທດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພາຍຫຼັງການຈັດຕັ້ງເປັນເວລາ 4 ວັນ, ງານຕະຫຼາດນັດໄດ້ດຶງດູດນັກທ່ອງທ່ຽວເກືອບ 8.000 ເທື່ອຄົນມາຢ້ຽມຢາມ, ຊື້ເຄື່ອງ ແລະເຊື່ອມຈອດການພົວພັນການຄ້າ.
    |
 |
|
ບັນຍາກາດທີ່ພິທີປິດງານຕະຫຼາດນັດ. ພາບ: qdnd.vn |
ງານຕະຫຼາດນັດປີນີ້ດ້ວຍຂອບຂະໜາດ 144 ຮ້ານຂອງຂະແໜງວິຊາຊີບຕ່າງໆ, ຄື: ອາຫານ-ເຄື່ອງດື່ມ, ຕໍ່າແຜ່ນຕັດຫຍິບ, ຜະລິດຕະພັນກົນຈັກ, ການເງິນ-ທະນາຄານ, ໂທລະຄົມມະນາຄົມ, ເຕັກໂນໂລຊີ, ໂລຈິດສະຕິກ… ໃນຈໍານວນວິສາຫະກິດທີ່ເຂົ້າຮ່ວມ, ມີການເຂົ້າຮ່ວມຂອງວິສາຫະກິດກອງທັບ 26 ແຫ່ງ, ດ້ວຍ 50 ຮ້ານ.
ຈຸດພົ້ນເດັ່ນຂອງງານຕະຫຼາດນັດແມ່ນເຂດວາງສະແດງແນະນຳບັນດາຮູບພາບກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຮູບພາບກອງທັບປະຊາຊົນຫວຽດນາມ ໃນການກໍ່ສ້າງ ແລະພັດທະນາເສດຖະກິດ ສົມທົບກັບການປ້ອງກັນຊາດ, ການທູດປ້ອງກັນຊາດ; ຮູບພາບກ່ຽວກັບຜະລິດຕະພັນ ແລະການບໍລິການດ້ານອຸດສາຫະກຳປ້ອງກັນຊາດ, ເສດຖະກິດໃຊ້ໄດ້ສອງຢ່າງຂອງບັນດາວິສາຫະກິດ ຂຶ້ນກັບກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ແລະ ເຂດວາງສະແດງແນະນຳວັດທະນະທຳຫວຽດນາມ.
    |
 |
|
ຜູ້ແທນເຂົ້າຮ່ວມພິທີປິດງານຕະຫຼາດນັດ. ພາບ: qdnd.vn |
ໃນຂອບເຂດງານຕະຫຼາດນັດ, ຄະນະຈັດຕັ້ງໄດ້ຜັນຂະຫຍາຍ 20 ການເຊື່ອມຈອດການພົວພັນການຄ້າໂດຍກົງ ແລະທາງອອນລາຍ. ຜ່ານນັ້ນ, ສະມາຄົມຜະລິດອຸດສາຫະກຳແຂວງບັກນິງ ໄດ້ລົງນາມເອກະສານການຮ່ວມມືກັບສະມາຄົມວິສາຫະກິດຫວຽດນາມ ຢູ່ລາວ; ບໍລິສັດລົງທຶນຫຸ່ນຍົນຫຸ້ນສ່ວນ ໄດ້ລົງນາມໃນສັນຍາຈຳໜ່າຍຜະລິດຕະພັນກັບວິສາຫະກິດຂອງລາວ ດ້ວຍມູນຄ່າ 500 ລ້ານດົ່ງ.
    |
 |
|
ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ແລະເຂົ້າຮ່ວມງານຕະຫຼາດນັດ. ພາບ: qdnd.vn |
ໃນຂອບເຂດງານຕະຫຼາດນັດ ຍັງດໍາເນີນກອງປະຊຸມສຳມະນາ “ການຮ່ວມມືລົງທຶນ, ການຄ້າລະຫວ່າງວິສາຫະກິດສອງປະເທດຫວຽດນາມ - ລາວ” ໂດຍກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບກົມເສດຖະກິດ, ກະຊວງປ້ອງກັນປະເທດລາວ ຈັດຕັ້ງ, ດຶງດູດການເຂົ້າຮ່ວມຂອງ 50 ກວ່າກົມກອງ, ວິສາຫະກິດຂອງຫວຽດນາມ ແລະລາວ.
ທີ່ພິທີປິດງານຕະຫຼາດນັດ, 20 ໝູ່ຄະນະ ແລະ 10 ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ແລະເຂົ້າຮ່ວມງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ແລະ ເຜີຍແຜ່ໂຄສະນາຜະລິດຕະພັນຂອງວິສາຫະກິດ ຫວຽດນາມ - ລາວ ປີ 2025 ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ໂດຍ: ທູຈາງ