leftcenterrightdel
ຕຳຫຼວດແຂວງດ້ຽນບຽນ ແລະປ້ອງກັນຄວາມສະຫງົບແຂວງໄຊຍະບູລີ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືປີ 2025. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາການສົມທົບກັນໃນວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເຂົ້າສູ່ລວງເລິກ, ມີຄຸນນະພາບ ແລະມີປະສິດທິຜົນດ້ານວິຊາສະເພາະສູງ. ສອງຝ່າຍຫວັງວ່າໃນໄລຍະຈະມາເຖິງຈະສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ຜ່ານຜ່າຄວາມຫຍຸ້ງຍາກ, ເພີ່ມທະວີການພົວພັນພິເສດລະຫວ່າງແຂວງ ດ້ຽນບຽນ ກັບ 3 ແຂວງພາກເໜືອຂອງລາວ ແລະສອງປະເທດ ໃຫ້ນັບມື້ສະໜິດຕິດພັນ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ຕຳຫຼວດແຂວງດ້ຽນບຽນ ແລະປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືປີ 2025. ພາບ: ສໍານັກຂ່າວສານຫວຽດນາມ.

ປະຕິບັດບົດບັນທຶກຊ່ວຍຈຳກອງປະຊຸມປະຈໍາປີ 2024, ຕຳຫຼວດແຂວງດ້ຽນບຽນ, ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອຂອງລາວ ໄດ້ແລກປ່ຽນ, ຮັບ 247 ເທື່ອດ້ວຍ 120 ແຫຼ່ງຂ່າວ, ຂໍ້ມູນທີ່ມີຄ່າ ໄດ້ຊ່ວຍໃຫ້ສອງຝ່າຍເປັນເຈົ້າການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ປ້ອງກັນ, ຕ້ານອາດຊະຍາກຳ. ໃນການຄຸ້ມຄອງການເຂົ້າ-ອອກເມືອງ, ສອງຝ່າຍໄດ້ກວດສອບ ແລະຮັບເອົາ 35 ຄັ້ງ, 100 ກວ່າກໍລະນີລະເມີດກົດໝາຍ. ພິເສດແມ່ນໃນວຽກງານຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກຳ...

ການນຳກອງບັນຊາການຕໍາຫຼວດແຂວງດ້ຽນບຽນ ແລະປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອຂອງລາວ ໄດ້ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືປີ 2025, ສະແດງໃຫ້ເຫັນການຕັດສິນໃຈສືບຕໍ່ຍົກສູງປະສິດທິຜົນການປະສານງານໃນວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະປະກອບສ່ວນກໍ່ສ້າງຊາຍແດນ ຫວຽດນາມ-ລາວ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.

ໂດຍ: ໄຊຊະນະ