ການເດີນທາງຈາກຄວາມຄິດສູ່ຄວາມເປັນຈິງ
ໂຄງການກໍ່ສ້າງໂຮງງານປຸງແຕ່ງຜະລິດຕະພັນກະເສດຜາແດງ (ຂຶ້ນກັບບໍລິສັດພັດທະນາພູດອຍ ຈຳກັດຜູ້ດຽວ, ບໍລິສັດໃຫຍ່ຮ່ວມມືເສດຖະກິດ, ທະຫານເຂດ 4) ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ພະຈິກ 2023. ໂຄງການດັ່ງກ່າວແມ່ນຄະນະຊີ້ນໍາການພັດທະນາຊາຍແດນລາວ-ຫວຽດນາມ (ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ) ເປັນເຈົ້າຂອງໂຄງການ; ບໍລິສັດໃຫຍ່ຮ່ວມມືເສດຖະກິດ, ທະຫານເຂດ 4 ເປັນກົມກອງໃຫ້ຄຳປຶກສາດ້ານການອອກແບບ ແລະກໍ່ສ້າງ; ດ້ວຍມູນຄ່າການລົງທຶນທັງໝົດ 26 ຕື້ກີບ ພ້ອມກັບລະບົບເຄື່ອງຈັກ, ອຸປະກອນການຜະລິດກ້າວໜ້າ, ທັນສະໄໝ. ພາຍຫຼັງກໍ່ສ້າງຢ່າງຮີບດ່ວນພຽງແຕ່ໜຶ່ງປີ, ວັນທີ 10 ທັນວາ 2024, ໂຮງງານດັ່ງກ່າວກໍ່ໄດ້ເປີດການນຳໃຊ້ຢ່າງເປັນທາງການ.
    |
 |
ການນຳທ້ອງຖິ່ນ, ກະຊວງປ້ອງກັນປະເທດລາວ ແລະທະຫານເຂດ 4 ລົງຢ້ຽມຢາມໂຮງງານປຸງແຕ່ງຜະລິດຕະພັນກະເສດຜາແດງ. ພາບ: qdnd.vn |
ເພື່ອຮັບປະກັນແຫຼ່ງວັດຖຸດິບທີ່ໝັ້ນຄົງໃຫ້ແກ່ໂຮງງານ, ໃນປີ 2023, ພາຍຫຼັງໂຄງການໄດ້ຮັບການອະນຸມັດ, ບໍລິສັດພັດທະນາ ພູດອຍ ຈຳກັດຜູ້ດຽວ ໄດ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນລົງສຳຫຼວດ ແລະວາງແຜນຜັງຈັດສັນແຫຼ່ງວັດຖຸດິບໃນ 30 ບ້ານ, ພ້ອມທັງໂຄສະນາ ແລະປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມການປູກມັນສາຄູ.
ໂດຍເລີ່ມປູກທົດລອງ 2 ເຮັກຕາ, ພາຍຫຼັງປູກມັນສາຄູໄດ້ພຽງ 1 ປີ, ໄດ້ຂະຫຍາຍເນື້ອທີ່ເປັນ 84 ເຮັກຕາ, ພ້ອມກັບການປູກມັນຕົ້ນ 200 ເຮັກຕາ. ໂຮງງານບໍ່ພຽງແຕ່ເກັບຊື້ຜະລິດຕະພັນກະເສດທັງໝົດຈາກຊາວກະສິກອນເທົ່ານັ້ນ, ແຕ່ຍັງໃຫ້ຄຳແນະນຳທາງດ້ານເຕັກນິກກ່ຽວກັບການປູກຝັງ, ບົວລະບັດ ເພື່ອຮັບປະກັນຜົນຜະລິດ ແລະຄຸນນະພາບສູງສຸດ. ໄລ່ຮອດເດືອນກຸມພາ 2025, ໂຮງງານເກັບຊື້ຫົວມັນສາຄູໄດ້ 2.000 ກວ່າໂຕນ, ສາມາດຜະລິດແປ້ງມັນຕົ້ນໄດ້ 200 ໂຕນ ແລະເສັ້ນລ້ອນມັນສາຄູມີຄຸນນະພາບສູງໄດ້ 20 ໂຕນ, ດ້ວຍຍອດມູນຄ່າການເກັບຊື້ທັງໝົດເກືອບ 4 ຕື້ກີບ. ໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນລາວ ຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ ແຕ່ຍັງເປີດອະນາຄົດທີ່ຍືນຍົງໃຫ້ແກ່ບັນດາຄອບຄົວທີ່ເຄີຍປະສົບກັບຄວາມຫຍຸ້ງຍາກໃນການຫາເງິນລ້ຽງຊີບອີກດ້ວຍ.
    |
 |
ພະນັກງານ-ພາລະກອນ ໂຮງງານປຸງແຕ່ງຜະລິດຕະພັນກະເສດຜາແດງ ທໍາງານຕ່ອງໂສ້ການຜະລິດ. ພາບ: qdnd.vn |
ຄອບຄົວຂອງທ່ານ ແສງ ໂພທໍ, ບ້ານ ປຸ່ງກະ (ກຸ່ມບ້ານຜາແດງ) ເຄີຍດຳລົງຊີວິດຢູ່ໃນຄວາມທຸກຍາກ, ຂາດເຂີນຫຼາຍຢ່າງຍ້ອນການເຮັດໄຮ່ເຮັດນາຕາມແບບ “ອີງໃສ່ຟ້າດິນ”. ແຕ່ມາໃນປະຈຸບັນ, ຍ້ອນການປູກມັນສາຄູ, ຄອບຄົວຂອງລາວ ຈຶ່ງມີແຫຼ່ງລາຍຮັບທີ່ໝັ້ນຄົງ. ລາວແບ່ງປັນວ່າ: “ແຕ່ກ່ອນຊີວິດຫຍຸ້ງຍາກຫຼາຍ, ບໍ່ມີມັນຕົ້ນ, ບໍ່ມີເຂົ້າກິນ. ແຕ່ວ່າ ນັບແຕ່ໄດ້ເຂົ້າຮ່ວມໂຄງການປູກມັນສາຄູຂອງໂຮງງານ, ຄອບຄົວຂ້າພະເຈົ້າໄດ້ຮັບແນວພັນ, ຝຸ່ນ, ໄດ້ຮັບຄໍາແນະນໍາກ່ຽວກັບເຕັກນິກການປູກຝັງ ແລະເກັບກ່ຽວ. ໃນປີ 2024 ຄອບຄົວຂ້າພະເຈົ້າ ເກັບກ່ຽວມັນສາຄູໄດ້ 5 ໂຕນ, ຂາຍໄດ້ເງິນເກືອບ 10 ລ້ານກີບ. ຍ້ອນສິ່ງດັ່ງກ່າວນັ້ນ, ຂ້າພະເຈົ້າ ຈຶ່ງມີເງິນຊື້ເຂົ້າ, ຊື້ເຄື່ອງໃຊ້ໃນເຮືອນ, ລ້ຽງດູລູກເຕົ້າ”.
ບໍ່ສະເພາະແຕ່ທ່ານ ແສງ ໂພທໍ ເທົ່ານັ້ນ, ຫຼາຍຄອບຄົວໃນກຸ່ມບ້ານຜາແດງ ເຊັ່ນ: ອ້າຍ ເຈຍມົວ (ບ້ານປ່າໂຄມ) ກໍ່ພະຍາຍາມຫາທາງແກ້ໄຂຊີວິດການເປັນຢູ່, ແຕ່ປະຈຸບັນ ຊີວິດການເປັນຢູ່ຂອງລາວ ດີຂຶ້ນຍ້ອນມີລາຍຮັບຈາກການປູກມັນສາຄູ. ອ້າຍ ເຈຍມົວ ແບ່ງປັນວ່າ “ກ່ອນນີ້, ຂ້າພະເຈົ້າຄິດວ່າ ມີແຕ່ໄປເຮັດວຽກຢູ່ໄກບ້ານຈຶ່ງໄດ້ເງິນ, ແຕ່ວ່າມາດຽວນີ້, ຢູ່ບ້ານເກີດເມືອງນອນຂອງຕົນ, ຂ້າພະເຈົ້າ ຍັງສາມາດຫາເງິນໄດ້, ຍິ່ງໄປກວ່ານັ້ນ ແມ່ນຍັງຫາເງິນໄດ້ດີກວ່າແຕ່ກ່ອນ, ຂ້າພະເຈົ້າຈະທຳມາຫາກິນຢູ່ທີ່ນີ້ ແລະຈະບໍ່ໄປບ່ອນໃດໄກອີກແລ້ວ,"
ພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ
ທ່ານ ພັນເອກພິເສດ ທ໊າຍງອັກເທ ປະທານບໍລິສັດພັດທະນາພູດອຍ ຈຳກັດຜູ້ດຽວ ແບ່ງປັນວ່າ: “ຕັ້ງແຕ່ເລີ່ມປະຕິບັດໂຄງການ, ພວກຂ້າພະເຈົ້າ ໄດ້ສົມທົບຢ່າງແໜ້ນແຟ້ນກັບອຳນາດການປົກຄອງແຂວງ, ເມືອງຂອງປະເທດເພື່ອນລາວ ເພື່ອສຳຫຼວດ ແລະວາງແຜນຜັງຈັດສັນເຂດວັດຖຸດິບ.
ພວກຂ້າພະເຈົ້າບໍ່ພຽງແຕ່ກໍ່ສ້າງໂຮງງານເທົ່ານັ້ນ ຫາກຍັງສະໜັບສະໜູນ, ຮ່ວມເດີນທາງພ້ອມກັບປະຊາຊົນໃນການບົວລະບັດຕົ້ນມັນສາຄູ, ຊ່ວຍໃຫ້ເຂົາເຈົ້າປ່ຽນແປງແນວຄິດການຜະລິດ ແລະເພີ່ມລາຍຮັບຢ່າງຍືນຍົງ.”
ຍ້ອນມີການສະໜັບສະໜູນຂອງບໍລິສັດ, ປີ 2024, ກຸ່ມບ້ານຜາແດງ ແລະບໍລິເວນອ້ອມຂ້າງນັບຮ້ອຍຄອບຄົວບໍ່ພຽງແຕ່ມີລາຍຮັບສະເລ່ຍ 8-10 ລ້ານກີບ/ຄອບຄົວເທົ່ານັ້ນ, ຫາກຍັງປະກອບສ່ວນຫຼຸດຜ່ອນການເຄື່ອນຍ້າຍແຮງງານອີກດ້ວຍ. ປັດຈຸບັນ ປະຊາຊົນທີ່ເຄີຍອອກຈາກບ້ານເກີດເມືອງນອນໄປເຮັດວຽກຮັບຈ້າງໄດ້ກັບຄືນມາເຂົ້າຮ່ວມການຜະລິດ, ເຂົ້າຮ່ວມການສ້າງສາບ້ານເກີດເມືອງນອນ.
    |
 |
ພະນັກງານ-ພາລະກອນ ໂຮງງານປຸງແຕ່ງຜະລິດຕະພັນກະເສດຜາແດງທໍາງານຕ່ອງໂສ້ການຜະລິດ. ພາບ: qdnd.vn |
ສະຫາຍ ສຸກສົມພັນ ແກ້ວມີໄຊ, ເລຂາພັກເມືອງ, ເຈົ້າເມືອງໆກວັນ ໄດ້ເນັ້ນໜັກວ່າ: “ພວກຂ້າພະເຈົ້າຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຂອງບໍລິສັດພູດອຍພັດທະນາ. ໂຄງການປູກ ແລະປຸງແຕ່ງມັນສາຄູບໍ່ພຽງແຕ່ຊ່ວຍໃຫ້ເສດຖະກິດທ້ອງຖິ່ນພັດທະນາເທົ່ານັ້ນ, ຫາກຍັງສ້າງວຽກເຮັດງານທຳ, ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກ, ຫຼຸດຜ່ອນໄພສັງຄົມ ແລະແກ້ໄຂບັນຫາການເຄື່ອນຍ້າຍຖິ່ນຖານ. ນອກຈາກການໜູນຊ່ວຍທາງດ້ານການຜະລິດແລ້ວ, ບໍລິສັດຍັງຊ່ວຍກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ, ຊົນລະປະທານ, ໂຮງຮຽນ, ຫໍວັດທະນະທຳ... ແລະຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢາໃຫ້ປະຊາຊົນໂດຍບໍ່ເສຍຄ່າ; ຍ້ອນເຫດນັ້ນ, ເສດຖະກິດ, ບັນຫາສຸຂະພາບ, ດ້ານວັດທະນະທຳ, ຊີວິດການເປັນຢູ່ຂອງປະຊາຊົນຈຶ່ງໄດ້ຮັບການຍົກສູງຂຶ້ນ; ສະພາບຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ບໍລິເວນ ແລະເຂດຊາຍແດນມີຄວາມໝັ້ນຄົງ.
ມັນສາຄູບໍ່ພຽງແຕ່ນໍາເອົາວິທີການຫາເງິນລ້ຽງຊີບມາໃຫ້ເທົ່ານັ້ນ, ແຕ່ໂຄງການຍັງໄດ້ເປີດໂອກາດອັນສົດໃສໃຫ້ແກ່ປະຊາຊົນບ້ານຜາແດງ ແລະບໍລິເວນເຂດອ້ອມຂ້າງອີກດ້ວຍ. ເມັດພືດແຫ່ງການພັດທະນາ ແລະຄວາມຫວັງໄດ້ຫວ່ານລົງແລ້ວ ແລະຕໍ່ຈາກນີ້, ໄດ້ເປັນພະຍານຫຼັກຖານໃຫ້ແກ່ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດອ້າຍນ້ອງຫວຽດນາມ - ລາວ.
ໂດຍ: ໄຊນີດາ