ທ່ານພັນເອກພິເສດ ເຈິ່ນຫງອັກຫາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການ ແມ່ທັບນ້ອຍ 15 ໄດ້ເຂົ້າຮ່ວມ ແລະຊີ້ນໍາພິທີປິດ.

ໃນປີ 2025, ໂຮງຮຽນໄດ້ຮັບການມອບໝາຍຈາກກະຊວງປ້ອງກັນປະເທດ ແລະກອງບັນຊາການແມ່ທັບນ້ອຍ 15 ເພື່ອບໍາລຸງສ້າງພະນັກງານກະຊວງປ້ອງກັນປະເທດລາວ ຈໍານວນ 20 ຄົນ ໃນຂົງເຂດກະສິກຳ.

leftcenterrightdel
ບັນດາຜູ້ແທນຊົມເຊີຍນັກສໍາມະນາກອນລາວ 20 ຄົນ. ພາບ: qdnd.vn

ໃນ 2 ເດືອນ (ແຕ່ວັນທີ 22 ສິງຫາ ຫາວັນທີ 20 ຕຸລາ), ໂຮງຮຽນໄດ້ສ້າງຫຼັກສູດ, ຕໍາລາສອນສອງພາສາຫວຽດນາມ-ລາວ ດ້ວຍ 11 ຫົວຂໍ້ສິດສອນກ່ຽວກັບເຕັກນິກການປູກຝັງ, ລ້ຽງສັດ, ສ້າງແຜນການຜະລິດດໍາເນີນທຸລະກິດ; ຈັດຕັ້ງໃຫ້ນັກສໍາມະນາກອນໄປຢ້ຽມຢາມຮູບແບບກະສິກຳ, ຫົວໜ່ວຍຜະລິດ, ຊ່ວຍໃຫ້ນັກສໍາມະນາກອນເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ.

ສິ້ນສຸດຊຸດຝຶກອົບຮົມ, ນັກສໍາມະນາກອນ 3 ຄົນ ບັນລຸໄດ້ເກັ່ງ, ນັກສໍາມະນາກອນ 17 ຄົນ ບັນລຸໄດ້ຜົນດີ.

ທ່ານພັນເອກພິເສດ ເຈິ່ນຫງອັກຫາຍ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງໂຮງຮຽນ ແລະນັກສໍາມະນາກອນໄດ້ປະຕິບັດສໍາເລັດໜ້າທີ່ຮໍ່າຮຽນ, ຝຶກ​ຝົນຫຼໍ່ຫຼອ​ມເປັນຢ່າງດີ. ພ້ອມທັງເນັ້ນໜັກວ່າ ຜົນການຝຶກອົບຮົມ ບໍ່ພຽງແຕ່ປະກອບສ່ວນຍົກສູງຄຸນນະພາບຊັບພະຍາກອນມະນຸດໃຫ້ກະຊວງປ້ອງກັນປະເທດລາວ ເທົ່ານັ້ນ, ຫາກຍັງພິສູດໃຫ້ເຫັນຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ອີກດ້ວຍ.

ໂດຍ: ຈາງຫງວຽນ