ກ່າວຄຳເຫັນທີ່ການພົບປະສອງຝ່າຍ, ທ່ານນາງ ເຈືອງທິບິກແຮ້ງ ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ຫາກໍ່ໂຮມເຂົ້າກັບແຂວງບິ່ງເຢືອງ, ແຂວງບ່າເຣ້ຍ-ຫວູງເຕົ່າ ເປັນນະຄອນໂຮ່ຈີມິນ ໃໝ່. ຕາມທ່ານນາງ ເຈືອງທິບິກແຮ້ງ, ການສັບຊ້ອນຫົວໜ່ວຍບໍລິຫານໃໝ່ໄດ້ເສີມຂະຫຍາຍທ່າແຮງຂອງສາມທ້ອງຖິ່ນ; ເປີດອອກກາລະໂອກາດເປີດກວ້າງຕະຫຼາດ, ເພີ່ມທະວີການດຶງດູດການລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ເຊື່ອມຕໍ່ຕ່ອງໂສ້ການຜະລິດ ແລະຍົກລະດັບທີ່ຕັ້ງສາກົນ.

leftcenterrightdel
ຄະນະຜູ້ແທນຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລະຄະນະກຳມະການແນວລາວສ້າງຊາດແຂວງຈຳປາສັກ ຖ່າຍຮູບເປັນທີ່ລະນຶກ. ພາບ: ບາວເຟືອງ

ພ້ອມກັນນັ້ນ, ທ່ານນາງ ເຈືອງທິບິກແຮ້ງ ໃຫ້ຮູ້ວ່າ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາສະມາຄົມ ທີ່ພັກ ແລະລັດ ມອບໜ້າທີ່ໃນບໍລິເວນນະຄອນໂຮ່ຈີມິນ ໄດ້ປະຕິບັດການສັບຊ້ອນກົງຈັກໃຫ້ຄົບຊຸດກັບການສັບຊ້ອນ, ໂຮມເຂົ້າກັບບັນດາຫົວໜ່ວຍບໍລິຫານຂັ້ນແຂວງ, ຂັ້ນຕາແສງ. ການນໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ຢືນຢັນວ່າ ນະຄອນໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນການພັດທະນາຄວາມສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງລາວ. 

ສ່ວນທ່ານນາງ ວາດສະໜາ ສີລິມາ ປະທານແນວລາວສ້າງຊາດແຂວງຈຳປາສັກ ໃຫ້ຮູ້ວ່າ ຈໍາປາສັກ ພວມກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດລາວ ຢ່າງຮີບດ່ວນ. ທ່ານນາງ ວາດສະໜາ ສີລິມາ ກໍ່ເນັ້ນໜັກວ່າ ແຂວງຈໍາປາສັກ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວໂຄສະນາ, ຈັດຕັ້ງການແຂ່ງຂັນ ແລະພົບປະແລກປ່ຽນເພື່ອເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ - ລາວ ໃນລຸ້ນໜຸ່ມ, ສືບທອດມູນເຊື້ອຄວາມສາມັກຄີສະໜິດຕິດພັນລະຫວ່າງສອງຊາດ.

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລະຄະນະກຳມະການແນວລາວສ້າງຊາດແຂວງຈຳປາສັກ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງອົງການ ໄລຍະ 2025-2030.

ໂດຍ: ຈາງຫງວຽນ