ປະຊາຊົນບ້ານ ຈາງາ ແລະບ້ານສົບກັງ ໄດ້ຕັ້ງຖິ່ນຖານຢູ່ສອງຝັ່ງແມ່ນໍ້າເນີນ ມາແຕ່ດົນນານແລ້ວ, ດ້ວຍວັດທະນະທໍາຫຼາຍຢ່າງທີ່ຄ້າຍຄືກັນ. ພໍ່ແມ່ປະຊາຊົນລ້ວນແຕ່ເພິ່ງພາອາໄສຢູ່ເຂດພູຜາປ່າໄມ້ເພື່ອປູກພືດ, ລ້ຽງສັດ, ສັດປີກ, ຫາປາຢູ່ແມ່ນໍ້າຊາຍແດນເພື່ອດໍາລົງຊີວິດ, ພັດທະນາເສດຖະກິດຄອບຄົວ.

ທັງສອງບ້ານຢູ່ຫ່າງໄກຈາກເຂດໃຈກາງຕາແສງ ແລະເມືອງຂອງແຕ່ລະປະເທດ, ຖະໜົນຫົນທາງອັນຕະລາຍ, ບໍ່ມີໄຟຟ້າ, ບໍ່ມີສັນຍານໂທລະສັບ, ຊີວິດການເປັນຢູ່ຍັງຫຍຸ້ງຍາກ. ໃນສະພາບການນັ້ນ, ປະຊາຊົນສອງຝັ່ງຊາຍແດນນັບມື້ນັບສາມັກຄີ, ສະໜິດແໜ້ນ, ພົບປະແລກປ່ຽນ, ແລກປ່ຽນສິນຄ້າຢ່າງເປັນປະຈຳ.

leftcenterrightdel
ຜູ້ຕາງໜ້າບ້ານ ຈາງາ ໄດ້ຢື້ຢາມຖາມຂ່າວ, ລະດົມກໍາລັງໃຈ ແລະຊ່ວຍເຫຼືອສະບຽງອາຫານໃຫ້ແກ່ປະຊາຊົນບ້ານສົບກັງ. ພາບ: qdnd.vn

ພິເສດ, ແມ່ນຕາມແຜນນະໂຍບາຍຂອງອຳນາດການປົກຄອງທ້ອງຖິ່ນຂອງສອງຝ່າຍ, ໃນປີ 2013, ບ້ານຈາງາ ແລະບ້ານສົບກັງ ໄດ້ຈັດຕັ້ງພິທີລົງນາມຕາມຮູບແບບໝູ່ບ້ານທີ່ຢູ່ອາໄສສອງຟາກຊາຍແດນ. ເນື້ອໃນຂອງບັນດາເອກະສານແຮກສ່ຽວໄດ້ເພີ່ມທະວີລັກສະນະນິຕິກຳຊ່ວຍໃຫ້ຄະນະຄຸ້ມຄອງບ້ານ, ປະຊາຊົນສອງຝ່າຍເສີມຂະຫຍາຍນໍ້າໃຈສາມັກຄີ, ຕິດພັນກັນຢ່າງສະໜິດແໜ້ນ. ບົນຈິດໃຈນັ້ນ, ພ້ອມດ້ວຍການເຄື່ອນໄຫວຢື້ຢາມຖາມຂ່າວ, ແລກປ່ຽນສິນຄ້າ, ພໍ່ແມ່ປະຊາຊົນຕັ້ງຖິ່ນຖານຢູ່ບ້ານ ຈາງາ ແລະບ້ານສົບກັງ ພ້ອມກັນປົກປັກຮັກສາຊາຍແດນ, ຮັບປະກັນຄວາມສະຫງົບສຸກ. ປະຊາຊົນສອງຝ່າຍເປັນເສນາທິການເພື່ອໃຫ້ອຳນາດການປົກຄອງແກ້ໄຂສະພາບການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ສະໜັບສະໜູນ ແລະແບ່ງປັນເຊິ່ງກັນ ແລະກັນ ເມື່ອປະສົບກັບຄວາມຫຍຸ້ງຍາກຍ້ອນໄພທຳມະຊາດ,...

ໃນລະດູນ້ຳຖ້ວມທ້າຍເດືອນກໍລະກົດ 2025, ເນື່ອງຈາກນ້ຳແມ່ນໍ້າເນີນໄຫຼລົງຢ່າງວ່ອງໄວ, ເຮັດໃຫ້ປະຊາຊົນຢູ່ 2 ບ້ານເຊິ່ງໜ້າຊາຍແດນຫວຽດນາມ - ລາວ ລ້ວນແຕ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ. ຢູ່ບ້ານຈາງາ ມີ 36 ຄອບຄົວມີເຮືອນຊານຖືກນ້ຳຖ້ວມໝົດ, ໃນຄະນະນັ້ນຢູ່ບ້ານ sopkang, ມີ 7 ຄອບຄົວປະສົບກັບຄວາມທຸກຍາກເຊັ່ນກັນ. ຄັງແຮເຂົ້າໄວ້ຂອງທັງສອງບ້ານຍັງຖືກນ້ຳຖ້ວມທໍາລາຍໝົດ.

ພາຍຫຼັງເກີດໄພທຳມະຊາດ, ປະຊາຊົນສອງບ້ານປະສົບກັບຄວາມສ່ຽງຕໍ່ການຂາດເຂີນອາຫານຢ່າງໜັກໜ່ວງ. ຕໍ່ໜ້າຄວາມຫຍຸ້ງຍາກນັ້ນ, ຊາວບ້ານ ຈາງາ ໄດ້ໃຊ້ເຮືອ ແລະຍ່າງໄປຮອດຕາແສງ ມີລີ ເພື່ອຮັບເອົາເຄື່ອງໃຊ້ທີ່ຈໍາເປັນໄດ້ໜູນຊ່ວຍເພື່ອສົ່ງກັບບ້ານຮັບປະກັນຊີວິດການເປັນຢູ່. ເມື່ອໄດ້ຮັບຮູ້ວ່າປະຊາຊົນບ້ານສົບກັງ ກໍ່ປະສົບກັບຄວາມຫຍຸ້ງຍາກ,  ຄະນະຄຸ້ມຄອງບ້ານ ຈາງາ ໄດ້ລາຍງານ, ສະເໜີຄະນະປະຊາຊົນຕາແສງ ມີລີ ມີແຜນນະໂຍບາຍໜູນຊ່ວຍທັງຝ່າຍເພື່ອນ.

ຈາກນັ້ນ, ປະຊາຊົນບ້ານຊາຍແດນແຂວງເງະອານ ໄດ້ນຳໃຊ້ເຮືອຊ່ວຍປະຊາຊົນບ້ານສົບກັງ ຂົນສົ່ງອາຫານ ແລະເຄື່ອງໃຊ້ກັບບ້ານ. ສະຫາຍ ເລືອງວັນຍືນ, ຫົວໜ້າບ້ານຈາງາ, ໃຫ້ຮູ້ວ່າ: “ຄະນະຄຸ້ມຄອງ ແລະປະຊາຊົນທັງສອງຝ່າຍມີຄວາມສະໜິດຕິດພັນ, ສາມັກຄີ, ຢື້ຢາມຖາມຂ່າວ, ແລກປ່ຽນສິນຄ້າ, ປົກປັກຮັກສາຊາຍແດນເປັນປະຈຳ.

ໃນຄັ້ງຝົນຕົກນໍ້າຖ້ວມທີ່ຜ່ານມາ, ເຖິງວ່າຮັບຜົນສະທ້ອນຫຼາຍຢ່າງກໍ່ຕາມ ແຕ່ເມື່ອໄດ້ຮັບການໜູນຊ່ວຍຈາກອໍານາດການປົກຄອງທ້ອງຖິ່ນ, ບັນດາກໍາລັງ, ພວກຂ້າພະເຈົ້າລ້ວນແຕ່ແບ່ງປັນກັບປະຊາຊົນບ້ານສົບກັງ ເພື່ອນໍາເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ”.

ໂດຍ: ໄຊນີດາ