ທີ່ການເຮັດວຽກ, ສະຫາຍ ເລຮົ່ງເກືອງ ຜູ້ອຳນວຍການບໍລິສັດໄຟຟ້າດ່າໜັ້ງ (ສາຂາບໍລິສັດໃຫຍ່ໄຟຟ້າພາກກາງ) ສະແດງຄວາມເປັນກຽດທີ່ໄດ້ຕ້ອນຮັບສະຫາຍ ວັນໄຊ ຕະວິນຍານ ແລະຄະນະປະຕິບັດງານໜັງສືພິມປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ບໍລິສັດ. ພ້ອມທັງແຈ້ງໃຫ້ຄະນະປະຕິບັດງານໜັງສືພິມປະຊາຊົນລາວ ຊາບກ່ຽວກັບໝາກຜົນອັນພົ້ນເດັ່ນຂອງບໍລິສັດ, ສະຫາຍ ເລຮົ່ງເກືອງ ໄດ້ສຸມໃສ່ສະແດງກ່ຽວກັບວຽກງານການລົງທຶນ, ກໍ່ສ້າງ, ສ້ອມແປງຕາໜ່າງໄຟຟ້າໃນປີ 2025, ພ້ອມກັບຂໍ້ລິເລີ່ມຄົ້ນຄວ້າວິທະຍາສາດ ແລະຄວາມມານະພະຍາຍາມຫັນເປັນດີຈີຕອນຢ່າງແຂງແຮງໃນການນຳໃຊ້ເຕັກໂນໂລຢີໃໝ່.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: nhandan.vn

ສ່ວນສະຫາຍ ວັນໄຊ ຕະວິນຍານ ໄດ້ສຸມໃສ່ແລກປ່ຽນກ່ຽວກັບບັນຫາພັດທະນາຂະແໜງໄຟຟ້າ, ຄື: ວຽກງານການລົງທຶນດ້ານເຕັກໂນໂລຢີໃໝ່, ການຫັນເປັນດີຈີຕອນ; ບົດຮຽນກໍ່ສ້າງລະບົບຕາໜ່າງໄຟຟ້າ; ນຳໃຊ້ເຕັກໂນໂລຢີໃໝ່ໃນວຽກງານການຄຸ້ມຄອງ... ແນໃສ່ຍົກອອກວິທີແກ້ໄຂທີ່ດີທີ່ສຸດເພື່ອພັດທະນາ ແລະຍົກສູງປະສິດທິຜົນຂະແໜງໄຟຟ້າຂອງລາວ.

ສະຫາຍ ວັນໄຊ ຕະວິນຍານ ສະແດງຄວາມພ້ອມທີ່ຈະຮ່ວມມືກັບບໍລິສັດໄຟຟ້າດ່າໜັ້ງໃນຂົງເຂດຂໍ້ມູນຂ່າວສານໂຄສະນາ, ພິເສດແມ່ນການໂຄສະນາບັນດາໂຄງການລົງທຶນ ແລະຜົນງານດ້ານເຕັກໂນໂລຢີ; ຜ່ານນັ້ນຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງຂະແໜງໄຟຟ້າຫວຽດນາມ ແລະລາວ ເວົ້າສະເພາະ.

ໃນຂອບເຂດການເຮັດວຽກ, ຄະນະປະຕິບັດງານໜັງສືພິມປະຊາຊົນລາວ ກໍ່ໄດ້ລົງຢ້ຽມຢາມຮູບແບບການເຄື່ອນໄຫວຂອງສູນຄວບຄຸມລະບົບໄຟຟ້າຂອງບໍລິສັດໄຟຟ້າດ່າໜັ້ງ.

ໂດຍ: ເຈິ່ນຮວ່ຽນ