ຕອນຄ່ຳວັນທີ 27 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະໂມສອນວິສາຫະກິດແຂວງເງະອານ ຢູ່ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງລາຍການມອບລົດຖີບ 100 ຄັນ ແລະຂອງຂວັນ 100 ພູດ ໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງນາຊາຍທອງ.

ນີ້ແມ່ນຂອງຂວັນທີ່ແທດຈິງ, ຊ່ວຍໃຫ້ພວກນ້ອງ ໄປໂຮງຮຽນໄດ້ສະດວກກວ່າ, ພ້ອມທັງເພີ່ມກໍາລັງໜູນໃຫ້ພວກນ້ອງ ບືນຕົວຂຶ້ນໃນການຮໍ່າຮຽນ ແລະໃນຊີວິດ.

leftcenterrightdel
ການນໍາເມືອງນາຊາຍທອງ ແລະປະທານສະໂມສອນວິສາຫະກິດແຂວງເງະອານ ຢູ່ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ມອບຂອງຂວັນໃຫ້ນັກຮຽນທີ່ທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ບຸນຊູ ພະວິເສດ ເຈົ້າເມືອງໆ ນາຊາຍທອງ ໃຫ້ຮູ້ວ່າ ຮູ້ສຶກເປັນກຽດ ແລະພາກພູມໃຈເມື່ອໄດ້ເຂົ້າຮ່ວມ ແລະເຫັນປະຈັກຕາເລື່ອງວິສາຫະກິດຫວຽດນາມ ຈັດຕັ້ງການມອບອຸປະກອນການຮໍ່າຮຽນ ແລະລົດຖີບໃຫ້ພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ, ບ່ອນທີ່ພວກນ້ອງນັກຮຽນ ຕ້ອງມີພາຫະນະໄປໂຮງຮຽນ.

ທ່ານ ບຸນຊູ ພະວິເສດ ຂອບໃຈການຮ່ວມເດີນທາງ, ການແບ່ງປັນຂອງບັນດາວິສາຫະກິດຫວຽດນາມ ໃນບໍລິເວນເມືອງ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນການໜູນຊ່ວຍຢ່າງແທດຈິງໃຫ້ພໍ່ແມ່ ແລະນັກຮຽນໃນບໍລິເວນ; ໃຫ້ຄໍາໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນເພື່ອໃຫ້ພວກນ້ອງ ນໍາໃຊ້ຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍນີ້ຢ່າງມີປະສິດທິຜົນ.

ໂດຍ: ຈາງຫງວຽນ