ໃນລະຫວ່າງວັນທີ 26-27 ກັນຍາ, ຢູ່ນະຄອນ ໄກສອນ ພົມວິຫານ, ແຂວງສະຫວັນນະເຂດ (ລາວ), ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ສົມທົບກັບສະມາຄົມ STEM ຫວຽດນາມ ແລະພະແນກສຶກສາ ແລະກໍ່ສ້າງ (DET) ແຂວງລ້າງເຊີນ ຈັດຕັ້ງກອງປະຊຸມສໍາມະນາ ແລະແນະນໍາໂດຍກົງກ່ຽວກັບການສຶກສາ STEM (ວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ແລະຄະນິດສາດ) - Robotics.

leftcenterrightdel
ບັນດາຄູອາຈານ ແລະນັກຮຽນກຳລັງນຳໃຊ້ Robotics. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມສໍາມະນາໄດ້ຈັດຂຶ້ນເປັນເວລາ 2 ວັນ, ຄູສອນ 20 ຄົນທີ່ມາຈາກລາງເຊີນ ໄດ້ແນະນຳໃຫ້ເພື່ອນຮ່ວມງານຂອງລາວ ກ່ຽວກັບໂຣບົດ ເພື່ອນຳໃຊ້ເຂົ້າໃນການຮຽນການສອນ.

ກອງປະຊຸມສໍາມະນາດັ່ງກ່າວໄດ້ຊ່ວຍໃຫ້ຄູ-ອາຈານ ແລະນັກສຶກສາລາວ ມີບົດຮຽນ ແລະຄວາມຮູ້ຕົວຈິງ ແລະວິທີການຜັນຂະຫຍາຍການສຶກສາ STEM, ພ້ອມທັງເປີດໂອກາດການຮ່ວມມືໃໝ່ລະຫວ່າງຮາກຖານການສຶກສາຂອງສອງປະເທດ. ນີ້ແມ່ນບາດກ້າວແທດຈິງປະກອບສ່ວນກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນສະໄໝໃໝ່, ພ້ອມທັງສືບຕໍ່ຮັດແໜ້ນນໍ້າໃຈມິດຕະພາບແບບພິເສດ, ສັດຊື່ບໍລິສຸດລະຫວ່າງຫວຽດນາມ ແລະລາວ.

ໂດຍ: ໄຊນີດາ