ໃນຄາວຍັງມີຊີວິດຢູ່, ລຸງໂຮ່ ເຄີຍຕັກເຕືອນວ່າ: ທະຫານ ແລະປະຊາຊົນ ຄືປາກັບນ້ຳ, ສາມັກຄີເປັນຈິດໜຶ່ງໃຈດຽວ, ຮໍ່າຮຽນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ. ເຊື່ອມຊຶມຄໍາສັ່ງສອນຂອງລຸງໂຮ່, ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການທະຫານແຂວງກວາງນິງ ໄດ້ນຳພາ, ຊີ້ນໍາບັນດາອົງການ, ກົມກອງກໍາລັງປະກອບອາວຸດຂອງແຂວງກວາງນິງ ເສີມຂະຫຍາຍພາລະບົດບາດ ເປັນກອງທະຫານປະຕິບັດງານຢ່າງແຂງແຮງ, ປະຕິບັດນະໂຍບາຍແນວຫຼັງກອງທັບ, ຂະບວນການຕອບບຸນແທນຄຸນ, ເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກຢ່າງຕັ້ງໜ້າ.
ພິເສດແມ່ນຂະບວນການ “ກໍາລັງປະກອບອາວຸດແຂວງກວາງນິງ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, ກອງບັນຊາການທະຫານແຂວງ ແລະກອງບັນຊາການທະຫານບັນດາທ້ອງຖິ່ນ ໄດ້ສົມທົບກັບບັນດາກົມກອງຕັ້ງໜ້າລະດົມກໍາລັງຄົນ, ງົບປະມານເພື່ອຊ່ວຍເຫຼືອບັນດາຕາແສງ, ບ້ານທີ່ປະສົບກັບຄວາມຫຍຸ້ງຍາກ.
    |
 |
ທ່ານພັນເອກພິເສດ ຮວ່າງວັນທວຽດ, ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງນິງ ມອບຂອງຂວັນໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ. ພາບ: qdnd.vn |
ຕາແສງ ດົ່ງເຕິມ ແມ່ນໜຶ່ງໃນບັນດາຕາແສງທີ່ປະສົບກັບຄວາມຫຍຸ້ງຍາກຂອງເມືອງບິ່ງລຽວ ເກົ່າ, ປະຈຸບັນແມ່ນຕາແສງ ລູກຮົ່ນ, ແຂວງກວາງນິງ, ໃນຊຸມປີຜ່ານມາ, ພື້ນຖານໂຄງລ່າງ, ຖະໜົນຫົນທາງໄປມາ ໄດ້ຮັບຄວາມເອົາໃຈໃສ່ລົງທຶນກໍ່ສ້າງຈາກຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ແຕ່ວ່າ ເສັ້ນທາງເຂົ້າບ້ານ ນ່າຕ່າວ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ. ກອງບັນຊາການທະຫານແຂວງກວາງນິງ ຈຶ່ງໄດ້ສົມທົບກັບກອງບັນຊາການທະຫານ ກຸ່ມບໍລິສັດອຸດສາຫະກໍາຖ່ານຫີນ-ບໍ່ແຮ່ ຫວຽດນາມ ລະດົມພະນັກງານ, ນັກຮົບບັນດາກົມກອງ ໜູນຊ່ວຍງົບປະມານ ເກືອບ 1,2 ຕື້ດົ່ງ ເພື່ອກໍ່ສ້າງເສັ້ນທາງເຂົ້າບ້ານ ນ່າຕ່າວ, ຕາແສງ ດົ່ງເຕິມ (ປະຈຸບັນແມ່ນຕາແສງ ລູກຮົ່ນ).
ໂຄງການກໍ່ສ້າງສຳເລັດ ໄດ້ປະກອບສ່ວນເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງກຳລັງປະກອບອາວຸດໃນວຽກງານໂຄສະນາ, ຂົນຂວາຍ ແລະເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ຊ່ວຍເຫຼືອບັນດາທ້ອງຖິ່ນພັດທະນາເສດຖະກິດ-ສັງຄົມ, ຈາກນັ້ນຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ສົມທົບພ້ອມກັບລະບົບການເມືອງ ແລະປະຊາຊົນທຸກຊັ້ນຄົນໃນບໍລິເວນປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຂອງແຂວງ ກວາງນິງ ໄລຍະ 2021-2025 ຢ່າງມີໄຊ.
    |
 |
ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງກວາງນິງ ປະຕິບັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນບັນດາເຜົ່າໃນບໍລິເວນປະຕິບັດນະໂຍບາຍ, ກົດໝາຍຂອງພັກ, ລັດເປັນຢ່າງດີ. ພາບ: qdnd.vn |
ພ້ອມກັບວຽກງານຂົນຂວາຍປະຊາຊົນຢ່າງເປັນປະຈຳ, ກໍາລັງປະກອບອາວຸດແຂວງກວາງນິງ ຍັງແມ່ນກຳລັງຫຼັກແຫຼ່ງໃນການປ້ອງກັນ, ຕ້ານໄພທຳມະຊາດ, ໂລກລະບາດ, ກູ້ຊີບ, ກູ້ໄພ. ນັ້ນແມ່ນການສູ້ຮົບທີ່ບໍ່ມີສຽງປືນແຕກ ແຕ່ກໍ່ຍັງດຸເດືອດທີ່ສຸດ ແລະເປັນອັນຕະລາຍ. ບໍ່ວ່າຕອນກາງເວັນ ຫຼື ກາງຄືນ, ພະນັກງານ, ນັກຮົບຂອງກຳລັງປະກອບອາວຸດແຂວງ ຍາມໃດກໍ່ມີໜ້າຢູ່ບ່ອນທີ່ເກີດເຫດຢ່າງທັນການ ເພື່ອຊ່ວຍເຫຼືອປະຊາຊົນ.
ຈິດໃຈກ້າຫານ ແລະຄວາມເສຍສະຫຼະເພື່ອປະຊາຊົນຂອງພວກອ້າຍ ໄດ້ຮັບການຕີລາຄາ ແລະຮັບຮູ້ຈາກພໍ່ແມ່ປະຊາຊົນ... ໃນຍາມເກີດພາຍຸລູກທີ 3 (Yagi) ປີ 2024, ກໍາລັງປະກອບອາວຸດແຂວງກວາງນິງ ໄດ້ລະດົມກຳລັງພະນັກງານ, ນັກຮົບທັງໝົດ 70.660 ເທື່ອຄົນ ໄປຄົ້ນຫາ ແລະຊ່ວຍເຫຼືອປະຊາຊົນເຮັດອະນາໄມ, ທຳຄວາມສະອາດພາຍຫຼັງພາຍຸ. ພາຫະນະທີ່ລະດົມໄດ້ທັງໝົດ ມີ: ເຮລິຄອບເຕີ 1 ລໍາ; ລົດໂອໂຕ 1.580 ຖ້ຽວ; ລົດຈົກ 110 ຖ້ຽວ; ເຮືອ 465 ເທື່ອລຳ ໄດ້ຊ່ວຍປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ.
ທ່ານພັນເອກພິເສດ ຮວ່າງວັນທວຽດ, ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງນິງ ໃຫ້ຮູ້ວ່າ: “ໃນໄລຍະຈະມາເຖິງ, ຄະນະພັກ, ກອງບັນຊາການທະຫານແຂວງ ກໍານົດວ່າ ຈະສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດບັນດາມະຕິ, ຄໍາສັ່ງຂອງອົງການຈັດຕັ້ງຂອງພັກ, ຄະນະບັນຊາຂັ້ນເທິງ, ຄະນະພັກ, ກອງບັນຊາການທະຫານແຂວງກວາງນິງ ຕັ້ງໜ້າ, ເປັນເຈົ້າການນໍາພາ, ຊີ້ນໍາກໍາລັງປະກອບອາວຸດແຂວງ ປະຕິບັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ; ຜ່ານນັ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈອັນແໜ້ນແຟ້ນລະຫວ່າງທະຫານ ແລະປະຊາຊົນ”.
ສາມາດຢັ້ງຢືນໄດ້ວ່າ ການກະທຳທີ່ແທດຈິງ, ເຕັມໄປດ້ວຍລັກສະນະມະນຸດສະທຳຂອງກຳລັງປະກອບອາວຸດແຂວງກວາງນິງ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ. ນີ້ບໍ່ພຽງແຕ່ເປັນຕົວເລກ ແລະໂຄງການກະທຳລະອຽດເທົ່ານັ້ນ, ແຕ່ສິ່ງສຳຄັນກວ່າແມ່ນໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ກັບປະຊາຊົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ການນຳພາຂອງພັກ, ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ຕິດພັນກັບທ່າສະໜາມປະຊາຊົນປ້ອງກັນຄວາມສະຫງົບ, ສ້າງ “ທ່າສະໜາມໃນຈິດໃຈປະຊາຊົນ” ຢູ່ເຂດຕາເວັນອອກສ່ຽງເໜືອ ຂອງປະເທດຊາດ ຢ່າງໝັ້ນແກ່ນ.
ໂດຍ: ຈາງຫງວຽນ