ເຂົ້າຮ່ວມພິທີສະເຫຼີມສະຫຼອງມີ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ, ທ່ານ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລາວ ພ້ອມກັບການເຂົ້າຮ່ວມຂອງການນຳບັນດາກະຊວງ, ຄະນະ, ຂະແໜງການຂອງລາວ; ເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າອົງການຜູ້ຕາງໜ້າສາກົນ ປະຈຳ ລາວ. ຝ່າຍຫວຽດນາມມີ ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ; ຜູ້ຕາງໜ້າບັນດາອົງການ ຄຽງຂ້າງສະຖານທູດ; ຜູ້ຕາງໜ້າວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະທຳມາຫາກິນຢູ່ລາວ.

leftcenterrightdel
ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ. ພາບ: vov.vn

ທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໄດ້ຫວນຄືນປະຫວັດສາດອັນສະຫງ່າອົງອາດຂອງຊາດຫວຽດນາມ ດ້ວຍຂີດໝາຍອັນສະຫງ່າລາສີຂອງວັນທີ 2 ກັນຍາ 1945, ຢືນຢັນວ່າ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ໄດ້ສາມັກຄີເປັນອັນໜຶ່ງອັນດຽວ, ພ້ອມກັບຄວາມສາມັກຄີສາກົນຢ່າງບໍລິສຸດຜຸດຜ່ອງ, ນຳການປະຕິວັດຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ, ສຳເລັດພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

ເນື່ອງໃນໂອກາດອັນສຳຄັນນີ້, ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານເອກອັກຄະລັດຖະທູດ  ຫງວຽນມິງເຕິມ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ ໄດ້ຍາມໃດກໍ່ສາມັກຄີ, ສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ; ຂອບໃຈບັນດາປະເທດ ແລະເພື່ອນມິດສາກົນໄດ້ຍາມໃດກໍ່ແບ່ງປັນ, ຊ່ວຍເຫຼືອ ແລະສະໜັບສະໜູນຫວຽດນາມ ກໍ່ຄືສະໜັບສະໜູນໃຫ້ການພັດທະນາຂອງການພົວພັນ ຫວຽດນາມ-ລາວ.

ໃນບັນຍາກາດອັນອົບອຸ່ນ, ສະໜິດສະໜົມ, ບັນດາຜູ້ແທນ ແລະແຂກຖືກເຊີນໄດ້ຍົກຈອກອວຍພອນ 80 ປີແຫ່ງວັນຊາດຫວຽດນາມ, ອວຍພອນໃຫ້ປະເທດຫວຽດນາມ ນັບມື້ນັບພັດທະນາຈະເລີນຮຸ່ງເຮືອງ, ວັດທະນາຖາວອນ, ອວຍພອນໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ນັບມື້ນັບເກີດດອກອອກຜົນ.

ໂດຍ: ເຈິ່ນຮວ່ຽນ