ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານການສຶກສາ STEM
ກປ.ອອນໄລ - ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງຈໍາປາສັກ, ພາກໃຕ້ຂອງລາວ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ໄດ້ສົມທົບກັບບັນດາຄູ່ຮ່ວມມື ຈັດຕັ້ງກອງປະຊຸມສໍາມະນາ ຊຸກຍູ້ການສຶກສາ STEM ດ້ວຍຫົວຂໍ້ Robotics ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງຂະແໜງການສຶກສາ ຫວຽດນາມ ແລະພາກໃຕ້ຂອງລາວ, ພ້ອມທັງແຜ່ຂະຫຍາຍຈິດໃຈການຮ່ວມມື, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.
ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານນາງ ຕ້າເຟືອງຢຸງ ຫົວໜ້າສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ໃຫ້ຮູ້ວ່າ: ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຮ່ວມມືມິດຕະພາບ ລະຫວ່າງບັນດາແຂວງພາກໃຕ້ຂອງລາວ ແລະຫວຽດນາມ ເວົ້າສະເພາະ, ກໍ່ຄືລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ; ພ້ອມທັງໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ລັດຖະບານລາວ ໄດ້ປະກາດການກໍານົດທິດສຸມໃສ່ການສຶກສາດ້ານວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ແລະ ຄະນິດສາດ (STEM) ເພື່ອແນໃສ່ປະກອບໃຫ້ຄົນລຸ້ນຫຼັງມີທັກສະທີ່ຈຳເປັນເພື່ອຮັບໃຊ້ການພັດທະນາເສດຖະກິດແບບຍືນຍົງ ແລະນະວັດຕະກຳ.
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ອະລຸນໄຊ ສູນນະລາດ ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ໄດ້ຕີລາຄາສູງຂໍ້ລິເລີ່ມຂອງ ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ປາກເຊ; ໃຫ້ຮູ້ວ່າ ກອງປະຊຸມສໍາມະນາດັ່ງກ່າວ ຊ່ວຍຍົກສູງຄວາມຮັບຮູ້ກ່ຽວກັບການປ່ຽນແປງໃໝ່ດ້ານການສຶກສາໃນສະພາບການປະຕິວັດອຸດສາຫະກຳ 4.0, ພ້ອມທັງສະເໜີໃຫ້ຫວຽດນາມ, ພິເສດແມ່ນແຂວງກາວບັ່ງ ສືບຕໍ່ໜູນຊ່ວຍບັນດາແຂວງພາກໃຕ້ຂອງລາວ ເວົ້າລວມ ແລະແຂວງຈໍາປາສັກ ເວົ້າສະເພາະ ຊຸກຍູ້ການສຶກສາ STEM. ທ່ານ ອະລຸນໄຊ ສູນນະລາດ ກໍ່ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີໃຫ້ຈັດຕັ້ງການແຂ່ງຂັນ Robotics ຢູ່ຈໍາປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດລາວ.
ໃນຂອບເຂດກອງປະຊຸມສໍາມະນາ, ບັນດາຜູ້ແທນກໍ່ໄດ້ຊົມການສະແດງ robot ໂດຍນັກຮຽນທີ່ມາຈາກບັນດາໂຮງຮຽນຫວຽດນາມ ແລະລາວ ປະຕິບັດ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ ແລະຜູ້ມີໃຈບຸນໃຈກຸສົນ ໄດ້ມອບ robot ໃຫ້ແກ່ໂຮງຮຽນຈໍານວນໜຶ່ງຢູ່ແຂວງຈໍາປາສັກ, ຊ່ວຍໃຫ້ນັກຮຽນລາວ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ.
ໂດຍ: ຈາງຫງວຽນ