ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຈາຕຸລົງ ບົວສີສະຫວັດ ໄດ້ຊົມເຊີຍຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນ 80 ປີຜ່ານມາ; ເນັ້ນໜັກເຖິງຄວາມໝາຍຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ; ຢືນຢັນວ່າ ສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງຂອງລາວ ມີໄດ້ສ່ວນໜຶ່ງທີ່ສຳຄັນແມ່ນຍ້ອນການຮ່ວມມື, ການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງຫວຽດນາມ.

leftcenterrightdel
ຄະນະຜູ້ແທນສະຖານທູດລາວ ປະຈໍາ ອົດສະຕາລີ ນຳໂດຍທ່ານເອກອັກຄະລັດຖະທູດ ຈາຕຸລົງ ບົວສີສະຫວັດ ມາອວຍພອນສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນສະພາບໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ສົ່ງຜົນສະທ້ອນເຖິງເສດຖະກິດ-ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນ, ລັດຖະບານ ແລະປະຊາຊົນສອງປະເທດຕັດສິນໃຈໜູນຊ່ວຍເຊິ່ງກັນ ແລະກັນ, ສະແດງໃຫ້ເຫັນອາລົມຈິດສະຫາຍ, ອ້າຍນ້ອງສະໜິດຕິດພັນ ແລະມູນເຊື້ອຮັກແພງຊ່ວຍເຫຼືອກັນລະຫວ່າງສອງຊາດ ຫວຽດນາມ-ລາວ.

ຂອບໃຈຄໍາພອນໄຊອັນປະເສີດຂອງທ່ານເອກອັກຄະລັດຖະທູດ ຈາຕຸລົງ ບົວສີສະຫວັດ ເນື່ອງໃນໂອກາດວັນຊາດຫວຽດນາມ, ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານອັນສຳຄັນກ່ຽວກັບການພັດທະນາ ແລະການເຊື່ອມໂຍງເຂົ້າກັບສາກົນ ເຊິ່ງພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້, ກໍ່ຄືບັນດາຜົນງານອັນໃຫຍ່ຫຼວງຂອງສາຍພົວພັນຮ່ວມມື ຫວຽດນາມ-ລາວ ໃນທຸກຂົງເຂດ. ເລື່ອງ ລາວ ຈັດສົ່ງຄະນະນັກຮົບໄປຫວຽດນາມ ເຂົ້າຮ່ວມການສວນສະໜາມ, ເດີນຂະບວນ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ ໄດ້ສະແດງໃຫ້ເຫັນນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ.

ກ່ຽວກັບການຮ່ວມມືລະຫວ່າງສອງສະຖານທູດ, ທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ຫວັງວ່າ ສອງອົງການຈະຮັດແໜ້ນການສົມທົບ ແລະໜູນຊ່ວຍເຊິ່ງກັນ ແລະກັນ, ປະກອບສ່ວນເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງກະຊວງການຕ່າງປະເທດເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືຂອງແຕ່ລະປະເທດກັບອົດສະຕາລີ ແລະໃນຂອບເຂດພາກພື້ນ, ຫຼາຍຝ່າຍນັບມື້ນັບມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ