ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືກໍ່ສ້າງພັກ
ກປ.ອອນໄລ - ຕອນບ່າຍວັນທີ 19 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ລາວ ຂອງຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ຫງວຽນແທັ່ງເຕິມ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ໄດ້ມີການພົບປະສອງຝ່າຍກັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍສະຫາຍນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ. ເຂົ້າຮ່ວມຍັງມີສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ.
ກ່າວຄຳເຫັນທີ່ການພົບປະສອງຝ່າຍ, ສະຫາຍ ຫງວຽນແທັ່ງເຕິມ ຢັ້ງຢືນວ່າ ການປະຕິບັດງານແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນຢ່າງເລິກເຊິ່ງກວ່າກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ, ພິເສດແມ່ນການຊັບສ້ອນກົງຈັກການຈັດຕັ້ງ, ກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ສອງຝ່າຍກໍ່ແບ່ງປັນບົດຮຽນໃນການຄຸ້ມຄອງ, ຂະຫຍາຍສະມາຊິກພັກ ແລະສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃໝ່.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນ ສະຫາຍນາງ ບຸດສະດີ ທະນະເມືອງ ໄດ້ຕີລາຄາສູງຕໍ່ການປະສານສົມທົບລະຫວ່າງສອງຄະນະຈັດຕັ້ງສູນກາງພັກ ໃນໄລຍະຜ່ານມາ ຢ່າງມີປະສິດທິຜົນ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນພົ້ນເດັ່ນໃນວຽກງານກໍ່ສ້າງພັກຂອງພັກປະຊາຊົນປະຕິວັດລາວ, ໃນນັ້ນມີ ວຽກງານກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ບູລະນະກົງຈັກການຈັດຕັ້ງໃຫ້ສົມບູນແບບ ແລະຍົກສູງຄຸນນະພາບຖັນແຖວພະນັກງານ, ສະມາຊິກພັກ.
ການພົບປະສອງຝ່າຍໄດ້ດຳເນີນໄປໃນບັນຍາກາດແຫ່ງຄວາມຈິງໃຈ, ມິດຕະພາບ, ເຕັມໄປດ້ວຍນໍ້າໃຈຖານສະຫາຍ, ອ້າຍນ້ອງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຄະນະໃນການສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ, ປະກອບສ່ວນແທດຈິງເຂົ້າໃນການປັບປຸງສາຍພົວພັນແບບພິເສດ ຫວຽດນາມ-ລາວ.
ໂດຍ: ເຈິ່ນຮວ່ຽນ