ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດທາງດ້ານປະຫວັດສາດ ຂອງ ສປປ ລາວ
ກປ.ອອນໄລ - ວັນທີ 22 ສິງຫາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ແລະທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດທາງດ້ານປະຫວັດສາດຂອງ ສປປ ລາວ.
    |
 |
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ແລະຜູ້ແທນເຂົ້າໄວ້ອາໄລນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ຟ້າມກຽນ |
ຕາງໜ້າການນໍາກະຊວງປ້ອງກັນປະເທດລາວ ແລະຄະນະນັກຊ່ຽວຊານລາວ-ຫວຽດນາມ, ທ່ານພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຜ່ານບົດລາຍງານຫຍໍ້ຜົນສໍາເລັດການເຄື່ອນໄຫວສໍາຫຼວດ ແລະສ້າງເປັນເອກະສານມູນເຊື້ອຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ.
ລາວ ແລະຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ເປັນເພື່ອນມິດຍຸດທະສາດ, ມູນເຊື້ອສາມັກຄີ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນ. ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍຊາດຕ້ານກັບການຮຸກຮານຂອງຈັກກະພັດອາເມລິກາ, ມາຮອດເດືອນທັນວາ ປີ 1960 ສູນກາງພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວໃນປັດຈຸບັນ) ແລະພັກແຮງງານຫວຽດນາມ (ພັກກອມມູນິດຫວຽດນາມ ໃນປັດຈຸບັນ) ໄດ້ຕົກລົງເປັນເອກະພາບສໍາຫຼວດ ແລະກໍ່ສ້າງເສັ້ນທາງຍຸດທະສາດ “ເສັ້ນທາງໂຮ່ຈີມິນ ຜ່ານດິນລາວ”.
    |
 |
ການນໍາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ມອບໃບຢັ້ງຢືນຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດທາງດ້ານປະຫວັດສາດ ຂອງ ສປປ ລາວ ໃຫ້ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ຟ້າມກຽນ |
ໃນສະພາບຄວາມເປັນຈິງທາງດ້ານປະຫວັດສາດໄດ້ພິສູດໃຫ້ເຫັນແລ້ວວ່າ ເສັ້ນທາງໂຮ່ຈີມິນ ຜ່ານດິນລາວ ບໍ່ພຽງແຕ່ມີພາລະບົດບາດອັນສໍາຄັນເປັນເສັ້ນທາງລຳລຽງຂົນສົ່ງຍຸດທະສາດທາງດ້ານການທະຫານ, ພະລາທິການເທົ່ານັ້ນແຕ່ຍັງມີບົດບາດອັນສໍາຄັນຂອງການປະຕິວັດສອງປະເທດ. ກາຍເປັນເສັ້ນທາງຮ່ວມສຳພັນສູ້ຮົບ ແລະຄວາມສາມັກຄີພິເສດອັນບໍລິສຸດຜຸດຜ່ອງຂອງປະຊາຊົນສອງຊາດ ລາວ-ຫວຽດນາມ. ເສັ້ນທາງໂຮ່ຈີມິນ ຜ່ານດິນລາວ ຍັງຖືວ່າເປັນເສັ້ນທາງຮັບໃຊ້ສະໜາມຮົບລວມຂອງສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ.
ຈາກບົດບາດ, ຄວາມສຳຄັນດັ່ງກ່າວ, ພັກ, ລັດຖະບານລາວ ແລະຫວຽດນາມ ຈິ່ງຕົກລົງມອບໝາຍໃຫ້ສອງກະຊວງປ້ອງກັນປະເທດລາວ ແລະກະຊວງປ້ອງກັນປະເທດຫວຽດນາມ ແຕ່ງຕັ້ງຄະນະຮັບຜິດຊອບຮ່ວມກັນລົງສໍາຫຼວດ, ເກັບກຳບັນດາຮ່ອງຮອຍທາງປະຫວັດສາດຕາມແລວເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ຜ່ານດິນລາວ ເລີ່ມມາແຕ່ປີ 2023-2024 ຈຶ່ງສໍາເລັດ. ຄະນະນັກຊ່ຽວຊານຂອງທັງສອງຝ່າຍໄດ້ລົງສໍາຫຼວດໄດ້ພຽງແຕ່ 18 ຈຸດ ຂຶ້ນກັບ 7 ແຂວງຂອງລາວ. ວັນທີ 16 ທັນວາ 2024, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ລົງນາມໃນຂໍ້ຕົກລົງເລກທີ 1552 ຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດທາງດ້ານປະຫວັດສາດຂອງ ສປປ ລາວ...
    |
 |
ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ມອບດອກໄມ້ອວຍພອນກະຊວງປ້ອງກັນປະເທດລາວ. ພາບ: ຟ້າມກຽນ |
    |
 |
ການນຳກະຊວງປ້ອງກັນປະເທດລາວ ພ້ອມກັບຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ. ພາບ: ຟ້າມກຽນ |
ທີ່ພິທີ, ການນໍາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ມອບໃບຢັ້ງຢືນຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດຂອງ ສປປ ລາວ ໃຫ້ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ໂດຍ: ເຈິ່ນຮວ່ຽນ