ໃນໄລຍະຢ້ຽມຢາມຫວຽດນາມ, ຄະນະສິລະປະກອງທັບປະຊາຊົນລາວ ຈະມີການສະແດງສິລະປະຢູ່ບາງກົມກອງຢູ່ທະຫານເຂດ 4 ແລະທະຫານເຂດ 5.

ລາຍການສະແດງລວມມີການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະເຕັມໄປດ້ວຍສີສັນວັດທະນະທຳລາວ, ເພງປະຕິວັດທີ່ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ສອງກອງທັບ.

leftcenterrightdel
 
leftcenterrightdel
ຜູ້ຕາງໜ້າກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ກອງບັນຊາການທະຫານແຂວງກວາງຈິ ແລະກອງພົນ 968 (ທະຫານເຂດ 4) ໄດ້ຕ້ອນຮັບ, ມອບດອກໄມ້ໃຫ້ຄະນະສິລະປະກອງທັບປະຊາຊົນລາວ ຢູ່ດ່ານຊາຍແດນສາກົນລາວບາວ (ກວາງຈິ). ພາບ: qdnd.vn

ນອກຈາກນັ້ນ, ຄະນະຈະເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນປະສົບການດ້ານສິລະປະ ແລະຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ວັດທະນະທຳຢູ່ຫວຽດນາມ.

ການເດີນທາງພົບປະແລກປ່ຽນ, ສະແດງສິລະປະຄັ້ງນີ້ແມ່ນກິດຈະກຳແທດຈິງເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງກອງທັບ ແລະປະຊາຊົນຫວຽດນາມ-ລາວ; ເປັນກາລະໂອກາດ ເພື່ອໃຫ້ພະນັກງານ, ນັກຮົບ ແລະປະຊາຊົນຫວຽດນາມ ເຂົ້າໃຈວັດທະນະທຳ, ປະເທດຊາດ ແລະປະຊາຊົນລາວ ກວ່າອີກ; ປະກອບສ່ວນເພີ່ມພູນຄູນສ້າງອາລົມຈິດ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.

ໂດຍ: ຈາງຫງວຽນ