ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຕວຽນກວາງ
ກປ.ອອນໄລ - ວັນທີ 13 ສິງຫາ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ນໍາໂດຍທ່ານພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງຕວຽນກວາງ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຕວຽນກວາງ.
    |
 |
ຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ທີ່ການພົບປະ, ທ່ານພັນເອກພິເສດ ຫງວຽນແທ່ງອານ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງຕວຽນກວາງ ໄດ້ແນະນຳມູນເຊື້ອປະຫວັດສາດ, ວັດທະນະທຳ ແລະແຈ້ງໝາກຜົນໂດຍສັງເຂບໃນວຽກງານການທະຫານ-ການປ້ອງກັນຊາດທ້ອງຖິ່ນໃນໄລຍະຜ່ານມາ; ຢືນຢັນການພົວພັນອັນດີງາມລະຫວ່າງກອງບັນຊາການທະຫານແຂວງຕວຽນກວາງ ແລະກອງບັນຊາການທະຫານແຂວງຜົ້ງສາລີ (ລາວ). ຕາງໜ້າຄະນະຝຶກອົບຮົມ, ສະຫາຍພັນໂທ ອາໄພ ອະໄພຍະວົງ ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງກົມກອງ; ແນະນໍາກ່ຽວກັບປະຫວັດສາດແຫ່ງການກໍາເນີດ, ພັດທະນາຂອງໜັງສືພິມກອງທັບປະຊາຊົນລາວ; ພ້ອມທັງຢືນຢັນວ່າການຢ້ຽມຢາມ, ເຮັດວຽກຄັ້ງນີ້ແມ່ນໂອກາດເພື່ອແບ່ງປັນບົດຮຽນ, ຜົນງານ, ທ່າແຮງ ແລະຮັດແໜ້ນສາຍພົວພັນລະຫວ່າງໜັງສືພິມກອງທັບປະຊາຊົນລາວ ກັບກອງບັນຊາການທະຫານແຂວງຕວຽນກວາງ ກວ່າອີກ. ຕອນບ່າຍວັນດຽວກັນ, ຄະນະໄດ້ຖະຫວາຍທູບທຽນຢູ່ເຂດປຸຊະນີຍະສະຖານແຫ່ງຊາດພິເສດ ເຕີນຈາວ (ຕາແສງ ເຕີນຈາວ, ແຂວງ ຕວຽນກວາງ).
ໂດຍ: ໄຊນີດາ